ພາກກາງຕັ້ງໜ້າປ້ອງກັນ ແລະ ຕ້ານພາຍຸ ຮ່າຍຢານ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງກວກກາ, ຊີ້ນຳການຮັບມືກັບພາຍຸ ຮາຍຢານ ຢູ່Xທ່າກຳປັ່ນ ຢຸງກວດ
|
(vovworld)- ຕອນເຊົ້າວັນທີ 9/11, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງກວກກາ, ຊີ້ນຳການຮັບມືກັບພາຍຸ ຮາຍຢານ ຢູ່ແຂວງກວາງງ້າຍ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງກວດກາສະພາບການຢູ່ໂຮງງານກັ່ນນ້ຳມັນຢຸງກວດ, ທ່າກຳປັ່ນ ຢຸງກວດ ແລະ ວຽກງານຍົກຍ້າຍປະຊາຊົນໄປແຫ່ງທີ່ປອດໄພຢູ່ຕາແສງແຄມທະເລ ບິງຫາຍ ແລະ ບິງເຊີນ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຄຳຊີ້ນຳວ່າ :
“ ສຳລັບພາຍຸລູກນີ້, ຕ້ອງສຸມໃສ່ການຮັບປະກັນຊີວິດອີນຊີໃຫ້ແກ່ປະຊາຊົນ ແມ່ນເປົ້າໝາຍທີ່ສຳຄັນອັນດັບໜຶ່ງ, ພ້ອມແລ້ວທີ່ຈະຮັບມືກັບທຸກສະພາບການ. ຕ້ອງແຈ້ງຂ່າວຢ່າງທັນການກ່ຽວກັບຄວາມເປັນອັນຕະລາຍຂອງພາຍຸ ”
ແລະ ກໍໃນຕອນເຊົ້າວັນທີ 9/11, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ແລະ ຫົວໜ້າຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມສູນກາງ ກາວດຶກຟາດ ໄດ້ລົງກະຕຸກຊຸກຍູ້ວຽກງານຮັບມືກັບພາຍຸ ຢູ່ແຂວງ ເທື່ອທຽນເຫວ.