ພ​າກ​ພື້ນ ຕາ​ເວັນ​ອອກ​ກາງ ເພີ່​ມ​ທະ​ວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ CoVid – 19

(VOVWORLD) - ໃນວັນທີ 23 ກຸມພາ, ອາບການິດສະຖານ, ປາກິດສະຖານ, ຕວັກກີ, ອາເມເນຍ, ອີຣັກ ແລະ ກູເວດ ໄດ້ປະກາດປິດປະຕູບັນດາດ່ານຊາຍແດນ ຕິດກັບ ອີຣານ ແລະ ໂຈະຖ້ຽວບິນຕ່າງໆເຊິ່ງແມ່ນຄວາມມານະພະຍາຍາມສະກັດກັ້ນການແຜ່ລະບາດຂອງ CoVid – 19.
ພ​າກ​ພື້ນ ຕາ​ເວັນ​ອອກ​ກາງ ເພີ່​ມ​ທະ​ວີ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ CoVid – 19 - ảnh 1ຊາວອີີຣານໃສ່ຜ້າອັດປາກ - ດັງ ຢູ່ນະຄອນຫຼວງ ເຕເຮຣານ (ພາບ: AP)

ວັນທີ 23 ກຸມພາ, ກະຊວງສາທາລະນະສຸກ ອີຣານ ໄດ້ແຈ້ງໃຫ້ຊາບວ່າ ມີຜູ້ເສຍຊີວິດຕື່ມອີກ 8 ຄົນ ຍ້ອນໂລກລະບາດ Covid-19 ແລະ ຜູ້ຕິດເຊື້ອ SARS – CoV – 2 ຕື່ມອີກ 15 ຄົນ ເຮັດໃຫ້ມີຈຳນວນຜູ້ຕິດເຊື້ອພະຍາດເພີ່ມຂຶ້ນເປັນ 43 ຄົນ. ບັນດາຜູ້ຕິດເຊື້ອດັ່ງກ່າວແມ່ນດຳລົງຊີວິດຢູ່ບັນດານະຄອນ: Qom, Tehran, Gilan, Markazi ແລະ Tonekabon.

ຕອບກັບ

ຂ່າວ/ບົດ​ອື່ນ