ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດເປັນຂົວຕໍ່ເພີ່ມທະວີນ້ຳໃຈມິດຕະພາບກັບໂລກ

ພໍ່ແມ່ປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດເປັນຂົວຕໍ່ເພີ່ມທະວີນ້ຳໃຈມິດຕະພາບກັບໂລກ - ảnh 1
ທ່ານ ຟ້າ​ມບີ​ງມິ​ງ ຮັບຂອງຂວັນຈາກ
ພໍ່​ແມ່ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​

(vovworld) - ຕອນ​ເຊົ້າ​ວັນ​ທີ 12/11, ພໍ່​ແມ່ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ໂລກກ່ວາ 500 ຄົນ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ​ໃນ​ໂລກ​ຄັ້ງ​ທີ 3 ​ເຊິ່ງດຳ​ເນີນ​ໄປ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ລະຫວ່າງ​ວັນ​ທີ 12 – 13/11, ກອງ​ປະຊຸມ​ປຶກສາ​ຫາລື​ບັນດາ​ບັນຫາ​ຂອງ​ນະຄອນ ​ໂຮ່ຈີ​ມິນ - ​ໃຈກາງ​ເສດຖະກິດ​ຂອງ​ທົ່ວ​ປະ​ເທດ ​ແລະ ​ແມ່ນ​ທ້ອງ​ຖິ່ນ​ດຶງ​ດູດ​ເງິນຕາການ​ລົງທຶນ, ປະກອບສ່ວນ​ຈາກ​ນັກຊ່ຽວຊານ​ປັນຍາ​ຊົນ ຫວຽດນາມ ຢູ່​ຕ່າງປະ​ເທດ​ຫລາຍ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. ຈາ​ກນັ້ນ, ປຸກລະດົມ, ​ເສີມ​ຂະຫຍາຍສະຕິ​ປັນຍາ​ຂອງນັກ​ປັນ​ຍາ​ຊົນ, ນັກ​ທຸລະ​ກິດ​ເປັນ​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ຊອກ​ຫາ​ມາດ​ຕະການ​​ ທີ່ມີ​ປະສິດທິ​ຜົນ​ ແລະ ແທດ​ຈິງໃຫ້​ບັນດາ​ບັນຫາ​ຮີບ​ເຮັ່ງ​ກໍ່​ຄື​ຍາວ​ນານ​ຂອງ​ນະຄອນ ​ໂຮ່ຈີ​ມິນ​, ນຳ​ນະຄອນ​ກາຍ​ເປັນ​ຮູບ​ແບບ​​ໃຫ້ວຽກ​ງານ​ຂົນຂວາຍ, ສ້າງ​ນະ​ໂຍບາຍ ປຸກລະ​ກົມການ​ປະກອບສ່ວນ​ຂອງ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບີ​ງມິ​ງ ​ເນັ້ນ​ໜັກ​ວ່າ ພັກ ​ແລະ ລັດ ກຳນົດ​ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ​ແມ່ນພາກສ່ວນທີ່​ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ຈາກ​ປະ​ເທດ​ໄດ້, ​ເປັນ​ຂົວ​ຕໍ່​ເພີ່ມ​ທະວີນ້ຳ​ໃຈ​ມິດຕະພາບ​ລະຫວ່າງ ຫວຽດນາມ ກັບ​ບັນ​ກາ​ປະ​ເທ​ດ. ທ່ານ ຟ້າ​ມ​ບີ​ງມິ​ງ ສະ​ເໜີ​ວ່າ

        “ຂ້າພະ​ເຈົ້າ​ສະ​ເໜີ​ບັນດາ​ຜູ້​ແທນ​ພາຍ​ໃນ​ປະ​ເທດ ​ແລະ ພໍ່​ແມ່​ປະຊາຊົນ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແລກປ່ຽນ​, ​ແບ່ງປັນ​ບົດຮຽນ​ຂອງ​ຕົນ, ບົດຮຽນ​ຂອງ​ບັນດາ​ປະ​ເທດຢ່າງ​ແທດ​ຈິງ, ສະ​ເໜີ​ມາດ​ຕະການ​​ແກ້​ໄຂທຸກ​ຂົງ​ເຂດ​ຂອງ​ນະຄອນ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ບັນດາບົດ​ປະກອບ​ຄວາມ​ເຫັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ທີ່​ກອງ​ປະຊຸມ​ນີ້ ຈະ​ນຳ​ມາ​ໃຫ້​ແນວ​ຄວາມ​ຄິດ​ໃໝ່​ຫລາຍ​ຢ່າງ, ບັນດາ​ຂໍ້​ສະ​ເໜີ​ເປັນ​ໄປ​ໄດ້ ​ແລະ ​ແທດ​ຈິງ”.

ຂ່າວ/ບົດ​ອື່ນ