ຟີລິບປິນ ຮຽກຮ້ອງໃຫ້ ອາຊຽນ ຮັກສາ UNCLOS ແລະ ຍູ້ໄວຄວາມຄືບໜ້າການເຈລະຈາ COC

(VOVWORLD) - ຄວາມຢຶດໝັ້ນຂອງ ຟີລິບປີນ ໃນການບັນລຸໄດ້ກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະ ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982.
ຟີລິບປິນ ຮຽກຮ້ອງໃຫ້ ອາຊຽນ ຮັກສາ UNCLOS ແລະ ຍູ້ໄວຄວາມຄືບໜ້າການເຈລະຈາ COC - ảnh 1ທ່ານນາງ Junever Mahilum-West. - ພາບ: DFA

  ອາຊຽນ ຄວນຮັກສາສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ຄືດັ່ງກອບນິຕິກຳໃຫ້ແກ່ບັນດາການເຄື່ອນໄຫວທັງໝົດຢູ່ທະເລ. ນີ້ແມ່ນຄຳຖະແຫຼງຂອງທ່ານນາງ Junever Mahilum-West, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ຟີລິບປິນ ຮັບຜິດຊອບບັນຫາ ອາຊຽນ, ຫົວໜ້າກົມ ອາຊຽນ - ຟີລິບປິນ ທີ່ເວທີປາໄສທະເລ ອາຊຽນ (AMF) ຄັ້ງທີ 10 ແລະ ເວທີປາໄສທະເລອາຊຽນ ເປີດກ້ວາງ (EAMF) ຄັ້ງທີ 8 ເຊິ່ງຫາກໍ່ໄດ້ຈັດຕັ້ງຕາມຮູບການທາງອອນລາຍ. ໃນແຈ້ງການຂ່າວວັນທີ 17 ທັນວາ, ທ່ານນາງ Mahilum-West ໄດ້ສະແດງຄຳໝັ້ນສັນຍາກ່ຽວກັບ ຄວາມຢຶດໝັ້ນຂອງ ຟີລິບປີນ ໃນການບັນລຸໄດ້ກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ ແລະ ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນ UNCLOS ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ