ຟີ​ລິບ​ປິນ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ຫາ ມຽນ​ມາ

(VOVWORLD) -ຖະແຫຼງການ, ທ່ານ Teodoro Locsin ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ໄດ້ຊີ້ແຈ້ງວ່າ ທ່ານປະທານາທິບໍດີ Rodrigo Duterte ຈະບໍ່ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງ ອາຊຽນ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 23 – 24 ເມສາ ຢູ່ ອິນໂດເນເຊຍຍ້ອນວິກິດການໂລກລະບາດໂຄວິດ - 19ຢູ່ ປະເທດນີ້
ຟີ​ລິບ​ປິນ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ຂອງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ຫາ ມຽນ​ມາ - ảnh 1ພາບປະກອບ: TTXVN

ວັນທີ 22 ເມສາ, ຟີລິບປິນ ໄດ້ຖະແຫຼງຢ່າງແຮງສະໜັບສະໜູນແຜນການຂອງທ່ານເລຂາທິການໃຫຍ່ ອາຊຽນ ແລະ ບຣູໄນ ຊຶ່ງເປັນປະເທດພວມດຳລົງຕຳແໜ່ງເປັນປະທານອາຊຽນ 2021 ກ່ຽວກັບການໄປຢ້ຽມຢາມ ມຽນມາ ແລະ ສຸມໃສ່ຄວາມມານະພະຍາຍາມຮັບມືກັບບັນດາວິກິດການຢູ່ທີ່ນີ້.

        ໃນຖະແຫຼງການ, ທ່ານ Teodoro Locsin ລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປິນ ໄດ້ຊີ້ແຈ້ງວ່າ ທ່ານປະທານາທິບໍດີ Rodrigo Duterte ຈະບໍ່ເຂົ້າຮ່ວມກອງປະຊຸມຂັ້ນສູງຂອງ ອາຊຽນ ທີ່ໄດ້ດຳເນີນໃນລະຫວ່າງວັນທີ 23 – 24 ເມສາ ຢູ່ ອິນໂດເນເຊຍຍ້ອນວິກິດການໂລກລະບາດໂຄວິດ - 19ຢູ່ ປະເທດນີ້. ແທນນັ້ນ, ທ່ານ Teodoro Locsin ຈະຕາງໜ້າໃຫ້ທ່ານປະທານາທິບໍດີ Rodrigo Duterte ເຂົ້າຮ່ວມກອງປະຊຸມນີ້. ທ່ານ Teodoro Locsin ເນັ້ນໜັກວ່າ ຟີລິບປິນ ສະໜັບສະໜູນຢ່າງແຮງກອງປະຊຸມ ນັບທັງໃນຂະນະທີ່ກອງປະຊຸມບໍ່ມີການເຂົ້າຮ່ວມຢ່າງຄົບຖ້ວນຂອງບັນດາການນຳອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ