ມີກວ່າ 900 ຄົນເສຍຊີວິດຍ້ອນນ້ຳຖ້ວມ ແລະ ດິນເຊາະເຈື່ອນຢູ່ ອິນໂດເນເຊຍ

(VOVWORLD) - ແຕ່ວັນທີ 04 ທັນວາ, ລັດຖະບານ ອິນໂດນເຊຍ ໄດ້ຍູ້ແຮງບັນດາມາດຕະການຮັບມືຢ່າງຮີບດ່ວນ ຕໍ່ສະພາບເກີດໄພພິບັດນ້ຳໄຫຼຊຸ ແລະ ດິນເຊາະເຈື່ອນຢ່າງຮ້າຍແຮງຢູ່ເກາະ Sumatra
ມີກວ່າ 900 ຄົນເສຍຊີວິດຍ້ອນນ້ຳຖ້ວມ ແລະ ດິນເຊາະເຈື່ອນຢູ່ ອິນໂດເນເຊຍ - ảnh 1ນ້ຳຖ້ວມ ແລະ ດິນເຊາະເຈື່ອນຢ່າງຮ້າຍແຮງ ໄດ້ເຮັດໃຫ້ມີກວ່າ 900 ຄົນ ຢູ່ເກາະ Sumatra, ຂອງປະເທດນີ້ເສຍຊີວິດ
(ພາບ: REUTERS/Willy Kurniawan)

ວັນທີ 06 ທັນວາ, ອົງການຄຸ້ມຄອງໄພພິບັດທຳມະຊາດແຫ່ງຊາດ ອິນໂດເນເຊຍ ປະກາດບົດລາຍງານຫຼ້າສຸດໃຫ້ຮູ້ວ່າ ນ້ຳຖ້ວມ ແລະ ດິນເຊາະເຈື່ອນຢ່າງຮ້າຍແຮງ ໄດ້ເຮັດໃຫ້ມີກວ່າ 900 ຄົນ ຢູ່ເກາະ Sumatra, ຂອງປະເທດນີ້ເສຍຊີວິດ. ຕາມບົດລາຍງານແລ້ວ, ໄລ່ຮອດປະຈຸບັນ, ຈຳນວນຜູ້ເສຍຊີວິດແມ່ນ 908 ຄົນ, ໃນຂະນະທີ່ຍັງມີຜູ້ຫາຍສາບສູນ 410 ຄົນ.

ແຕ່ວັນທີ 04 ທັນວາ, ລັດຖະບານ ອິນໂດນເຊຍ ໄດ້ຍູ້ແຮງບັນດາມາດຕະການຮັບມືຢ່າງຮີບດ່ວນ ຕໍ່ສະພາບເກີດໄພພິບັດນ້ຳໄຫຼຊຸ ແລະ ດິນເຊາະເຈື່ອນຢ່າງຮ້າຍແຮງຢູ່ເກາະ Sumatra, ລວມມີການສະໜອງງົບປະມານຕື່ມອີກ, ລະດົມກອງທັບອາກາດໄປປ່ອຍເຄື່ອງກູ້ໄພກູ້ຊີບ ແລະ ສ້າງຕັ້ງໜ່ວຍປະຕິບັດງານພິເສດ ເພື່ອສືບສວນສັນຍານການລະເມີດກົດໝາຍໃນການຂຸດຄົ້ນ ແລະ ປົກປ້ອງປ່າ.

ຕອບກັບ

ຂ່າວ/ບົດ​ອື່ນ