ມີ​ຂໍ້​ຕົ​ກ​ລົງຫຼາຍ​ສະ​ບັບ​ຈະ​ໄດ້​ລົງ​ນາມ​ຢູ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ອິ​ນ​ເດຍ - ປາ​ຊີ​ຟິກ 2020

(VOVWORLD) - "ມີຂໍ້ຕົກລົງຫຼາຍສະບັບຈະໄດ້ລົງນາມຢູ່ເວທີປາໄສວິສາຫະກິດ ອິນເດຍ - ປາຊີຟິກ 2020" ນີ້ແມ່ນຂໍ້ສັງເກດຂອງບັນດາຜູ້ແທນ ຫວຽດນາມ - ອາເມລິກາ ຢູ່ເວທີປາໄສ ວິສາຫະກິດ ອິນເດຍ - ປາຊີຟິກ 2020 ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 28 ຕຸລາ ຢູ່ຮ່າໂນ້ຍ. 
ມີ​ຂໍ້​ຕົ​ກ​ລົງຫຼາຍ​ສະ​ບັບ​ຈະ​ໄດ້​ລົງ​ນາມ​ຢູ່​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ອິ​ນ​ເດຍ - ປາ​ຊີ​ຟິກ 2020 - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມຟ້າມບິ່ງມິງ ກ່າວຄຳເຫັນທີ່ເວທີປາໄສ ເສດຖະກິດ ອິນເດຍ - ປາຊີຟິກ 2020 (VGP)

 ເວທີປາໄສ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ອົງການລັດຖະບານ ແລະ ສະຫະສະມາຄົມ ວິສາຫະກິດ ອາເມລິກາ ຈັດຕັ້ງ.

ທີ່ເວທີປາໄສ, ການນຳບັນດາລັດຖະບານ ແລະ ວິສາຫະກິດ ຂອງ ອາເມລິກາ, ຫວຽດນາມ ແລະ ບັນດາປະເທດ ໃນພາກພື້ນໄດ້ປຶກສາຫາລືບັນດາບັນຫາຈາກ: ພະລັງງານ, ພື້ນຖານໂຄງລ່າງ, ເສດຖະກິດດີຈີຕອນ ຕະຫຼອດຮອດການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ ໂຄວິດ - 19 ພ້ອມກັບບັນດາກາລະໂອກາດໃນການຮ່ວມມືທາງການຄ້າລະຫວ່າງ ອາເມລິກາ ແລະ ພາກພື້ນ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຫວູຕ໊ຽນລົກ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມໃຫ້ຮູ້ວ່າ:

ມີ 3 ເສົາຄ້ຳຫຼັກໃນຍຸດທະສາດພັດທະນາຂອງພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ, ລວມມີ: ເສດຖະກິດ, ຄວາມໝັ້ນຄົງ ແລະ ການຄຸ້ມຄອງ. ໃນນັ້ນ ປະຊາຄົມວິສາຫະກິດໃນພາກພື້ນ ພວມສວມບົດບາດສຳຄັນທີ່ສຸດໃນເສົາຄ້ຳທາງດ້ານເສດຖະກິດ.

ທີ່ເວທີປາໄສ, ຫວຽດນາມ ແລະ ອາເມລິກາ ໄດ້ລົງນາມ ໃນຂໍ້ຕົກລົງການຮ່ວມມື/ບົດບັນທຶກຊ່ວຍຈຳ 7 ສະບັບ. ໃນນັ້ນມີໂຄງການສາງທ່າກ່ຳປັ່ນ ທາດແຫຼວ ເຊີນໝີ໋ ດ້ວຍມູນຄ່າ 2,8 ຕື້ USD ລະຫວ່າງ PVGas ແລະ ກຸ່ມບໍລິສັດ AES, ໂຄງການໜູນຊ່ວຍ ລາຍການພະລັງງານຫຼຸດຜ່ອນການປ່ອຍອາຍພິດ ຫວຽດນາມ II ທີ່ມີມູນຄ່າ 36 ລ້ານ USD ຂອງອົງການພັດທະນາສາກົນ ອາເມລິກາ.

ສ່ວນທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ 2020 ແລະ ຖືວ່າ ຫວຽດນາມ ພວມມານະພະຍາຍາມພ້ອມກັບບັນດາປະເທດ ສະມາຊິກເພື່ອ ນຳອາຊຽນຜ່ານຜ່າໂລກລະບາດ Covid – 19 ໄປເທື່ອລະກ້າວ. ທ່ານ Mike Pompeo ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກ ທີ່ມີຕໍ່ຜົນປະໂຫຍດດ້ານເສດຖະກິດຂອງອາເມລິກາ, ພ້ອມທັງຢັ້ງຢືນບັນດາຄຳໝັ້ນສັນຍາຂອງ ອາເມລິກາມທີ່ມີຕໍ່ພາກພື້ນໃນໄລຍະຈະມາເຖິງວ່າຈະບໍ່ມີການປ່ຽນແປງ.

ຕອບກັບ

ຂ່າວ/ບົດ​ອື່ນ