ມຸ່ງ​ໄປ​ເຖິງ​ຄວາມ​​ສາ​ມາດ​ລົງ​ນາມ​ໃນ​ສັນ​ຍາ RCEP ໃນ​ທ້າຍ​ປີ 2020

(VOVWORLD) -ວັນທີ 27 ສິງຫາ, ກອງປະຊຸມລັດຖະມົນຕີກະຊວງເສດຖະກິດ RCEP ຄັ້ງທີ 8 ຖືກຈັດຂຶ້ນຢູ່ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ, ເພື່ອແນໃສ່ປຶກສາຫາລື ແລະ ຊຸກຍູ້ການເຈລະຈາ RCEP, ມຸ່ງໄປເຖິງຄວາມສາມາດລົງນາມໃນສັນຍາດັ່ງກ່າວ ໃນທ້າຍປີ 2020 ຕາມການຊີ້ນຳຂອງບັນດາການນຳ RCEP.
 ມຸ່ງ​ໄປ​ເຖິງ​ຄວາມ​​ສາ​ມາດ​ລົງ​ນາມ​ໃນ​ສັນ​ຍາ RCEP ໃນ​ທ້າຍ​ປີ 2020 - ảnh 1ກອງປະຊຸມລັດຖະມົນຕີກະຊວງເສດຖະກິດ RCEP ຄັ້ງທີ 8 ຖືກຈັດຂຶ້ນຢູ່ຮ່າໂນ້ຍ  (ພາບ: VOV)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງບັນດານັກເຈລະຈາສັນຍາ RCEP ທີ່ບັນລຸໄດ້ນັບແຕ່ຕົ້ນປີມາຮອດປັດຈຸບັນ; ພ້ອມທັງເນັ້ນໜັກວ່າ ໂລກລະບາດໂຄວິດ - 19 ບໍ່ພຽງແຕ່ກໍ່ໃຫ້ເກີດວິກິດການດ້ານສາທາລະນະສຸກເທົ່ານັ້ນ ຫາກຍັງກໍ່ໃຫ້ເກີດວິກິດການດ້ານເສດຖະກິດ - ສັງຄົມອີກດ້ວຍ, ສະນັ້ນ ເພື່ອສາມາດຍູ້ໄວລະດັບຟື້ນຟູເສດຖະກິດນັ້ນ ບໍ່ແມ່ນເລື່ອງງ່າຍດາຍ ຖ້າຫາກວ່າພວກເຮົາບໍ່ມີບັນດາການກະທຳທີ່ຂ້ຽວຂາດນັບແຕ່ນີ້ເປັນຕົ້ນໄປ.

ບັນດາລັດຖະມົນຕີກໍ່ຮັບຮູ້ຜົນກະທົບຫຍໍ້ທໍ້ຕ່າງໆຈາກໂລກລະບາດໂຄວິດ - 19 ທີ່ໄດ້ກໍ່ໃຫ້ເກີດສິ່ງທ້າທາຍຫຼາຍຢ່າງຕໍ່ການເຄື່ອນໄຫວດ້ານການຄ້າ ແລະ ການລົງທຶນໃນພາກພື້ນ.  ບັນດາສະມາຊິກເຂົ້າຮ່ວມສັນຍາ RCEP ຍັງຄົງຮັບປະກັນຕໍ່ເລື່ອງເປີດປະຕູຕະຫຼາດ, ພິເສດແມ່ນສຳລັບບັນດາປະເພດສິນຄ້າ ແລະ ການບໍລິການທີ່ຈຳເປັນ, ກໍຄືສືບຕໍ່ເພີ່ມທະວີການຮ່ວມມື ເພື່ອແນໃສ່ຮັບມືກັບໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ. ບັນດາລັດຖະມົນຕີກໍຢັ້ງຢືນເຖິງຄວາມມານະພະຍາຍາມ ແລະ ຄວາມຄືບໜ້າຂອງການເຈລະຈາສັນຍາ RCEP ຈົນຮອດຈຸດເວລານີ້  ເພື່ອສາມາດລົງນາມໃນກອງປະຊຸມຂັ້ນສູງ RCEP ຄັ້ງທີ 14 ເຊິ່ງຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ