ມີ​ທະ​ຫານ​ຫວຽດ​ນາມ ຕື່ມ​ອີກ 20 ຄົນ ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ຊູ​ດັງ​ໃຕ້

(VOVWORLD) -ຕອນເຊົ້າວັນທີ 21 ເມສາ, ຢູ່ສະໜາມບິນ ເຕີນເຊີນເຍິດ, ນະຄອນ ໂຮ່ຈີມິນ, ນັກຮົບຂຶ້ນກັບໂຮງໝໍກາງສະໜາມເລກ 2, ເລກ 3 ຈຳນວນ 24 ຄົນ ໄດ້ເດີນທາງໄປປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບ ສປຊ (ງວດທີ 2) ຢູ່ ສາທາລະນະລັດ ຊູດັງໃຕ້.
ມີ​ທະ​ຫານ​ຫວຽດ​ນາມ ຕື່ມ​ອີກ 20 ຄົນ ເດີນ​ທາງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ຊູ​ດັງ​ໃຕ້ - ảnh 1ບັນດານັກຮົບ ຫວຽດນາມ ຕັດສິນໃຈປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ ແລະ ກັບຄືນເມືອປະເທດຢ່າງປອດໄພ (ພາບ: laodong.vn)

 ກ່ອນເດີນທາງໄປປະຕິບັດງານ, ນັກຮົບຈຳນວນດັ່ງກ່າວ ໄດ້ເຂົ້າຮ່ວມຊຸດຝຶກອົບຮົມກ່ຽວກັບພະຍາບານສຸກເສີນ, ບຳລຸງສ້າງທັກສະຕ່າງໆ ແລະ ໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19. ເຖິງວ່າ ໃນໄລຍະຝຶກຊ້ອມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19 ກໍຕາມ ແຕ່ບັນດານັກຮົບ ຫວຽດນາມ ທີ່ເດີນທາງໄປປະຕິບັດງານຄັ້ງນີ້ ຍັງຕັດສິນໃຈປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ ແລະ ກັບຄືນເມືອປະເທດຢ່າງປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ