ມູນຄ່າສົ່ງອອກສິນໃນນ້ຳ 07 ເດືອນຕົ້ນປີ ຄາດວ່າຈະບັນລຸກວ່າ 4,6 ຕື້ໂດລາ ສະຫະລັດ

(VOVWORLD) - ມູນຄ່າສົ່ງອອກ ສິນໃນນ້ຳ ໃນເດືອນ ກໍລະກົດ 2018 ຄາດວ່າບັນລຸ 663 ລ້ານໂດລາສະຫະລັດ, ນຳມູນຄ່າສົ່ງອອກສິນໃນນ້ຳ 7 ເດືອນຜ່ານມາ ຄາດວ່າບັນລຸ 4,63 ຕື້ ໂດລາສະຫະລັດ
ມູນຄ່າສົ່ງອອກສິນໃນນ້ຳ 07 ເດືອນຕົ້ນປີ ຄາດວ່າຈະບັນລຸກວ່າ 4,6 ຕື້ໂດລາ ສະຫະລັດ - ảnh 1 ພາບປະກອບ

ຕາມລາຍງານຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ມູນຄ່າສົ່ງອອກ ສິນໃນນ້ຳ ໃນເດືອນ ກໍລະກົດ 2018 ຄາດວ່າບັນລຸ 663 ລ້ານໂດລາສະຫະລັດ, ນຳມູນຄ່າສົ່ງອອກສິນໃນນ້ຳ 7 ເດືອນຜ່ານມາ ຄາດວ່າບັນລຸ 4,63 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 6,3% ເມື່ອທຽບກັບໄລຍະດຽວກັນຂອງປີ 2017.

ອາເມລິກາ, ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ ແມ່ນສີ່ຕະຫຼາດນຳເຂົ້າແຖວໜ້າຂອງໝວດສິນຄ້າສິນໃນນ້ຳ ຫວຽດນາມ ໃນ 6 ເດືອນຕົ້ນປີ 2018. ນອກຈາກນັ້ນ, ບັນດາຕະຫຼາດທີ່ມີມູນຄ່າສົ່ງອອກສິນໃນນ້ຳ ເພີ່ມຂຶ້ນແຮງແມ່ນ ໂຮນລັງ, ເຢຍລະມັນ, ຮົງກົງ (ຈີນ)…

ຕອບກັບ

ຂ່າວ/ບົດ​ອື່ນ