ມີນາຍທະຫານຫວຽດນາມອີກ 3 ຄົນໄປປະຕິບັດຫນ້າທີ່ຮັກສາສັນຕິພາບສະຫະປະຊາຊາດ

(VOVWORLD) - ວັນທີ 22 ຕຸລາ ຢູ່ ຮ່າໂນ້ຍ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີມອບຂໍ້ຕົກລົງຂອງປະທານປະເທດ ແລະ ມອບຫນ້າທີ່ໃຫ້ນາຍທະຫານ 3 ຄົນກະກຽມເດີນທາງໄປປະຕິບັດຫນ້າທີ່ຮັກສາສັນຕິພາບຢູ່ ຊູດັງໃຕ້ ແລະ ສ. ອາຟຼິກາກາງ.

ມີນາຍທະຫານຫວຽດນາມອີກ 3 ຄົນໄປປະຕິບັດຫນ້າທີ່ຮັກສາສັນຕິພາບສະຫະປະຊາຊາດ - ảnh 1 ທ່ານພົນໂທ ຫງວຽນຈິວິ້ງ ຮອງລັດຖະມົມຕີກະຊວງປ້ອງກັນປະເທດມອບຫນ້າທີ່ໃຫ້ນາຍທະຫານ 3 ຄົນກ່ອນເດີນທາງໄປປະຕິບັດຫນ້າທີ່ຮັກສາສັນຕິພາບສປຊ

ພາບ: qdnd

ນາຍທະຫານ 3 ຄົນດັ່ງກ່າວລ້ວນແຕ່ແມ່ນຜູ້ມີບົດຮຽນໃນການຄຸ້ມຄອງ, ບັນຊາກົມກອງ ແລະ ມີບົດຮຽນຕົວຈິງ. ນອກຈາກຜ່ານໄລຍະຝຶກອົບຮົມກ່ອນທີ່ຜັນຂະຫຍາຍ ດ້ວຍຫລາຍເນື້ອໃນສຳຄັນຊ່ວຍພະນັກງານມີກຳລັງຄວາມສາມາດພຽງພໍ ຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານວິຊາສະເພາະຂອງ ສປຊ ແລ້ວ, ບັນດານາຍທະຫານຍັງໄດ້ບຳລຸງຄວາມຮູ້, ທັກສະໃນການປ້ອງກັນ ສະກັດກັ້ນບັນດາໂລກພະຍາດ ເປັນຕົ້ນແມ່ນໂລກລະບາດໂຄວິດ 19.

ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫງວຽນຈິວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃສ່ໃຈບັນດານາຍທະຫານວ່າ: ຕ້ອງຕັ້ງຫນ້າຮ່ຳຮຽນຄົ້ນຄ້ວາ, ເພີ່ມທະວີຄວາມສາມັກຄີສາກົນ ກັບປະເທດເຈົ້າພາບ, ກັບຄະນະຮັກສາສັນຕິພາບ ສປຊ ແລະ ພົນທະຫານບັນດາປະເທດຢູ່ບໍລິເວນຕັ້ງທັບ ພິເສດ ຕ້ອງຮັບປະກັນຄວາມປອດໄພຕໍ່ຫນ້າສະພາບໂລກລະບາດໂຄວິດ 19.

ຕອບກັບ

ຂ່າວ/ບົດ​ອື່ນ