ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ​ຈຳ​ນວນ ກວ່າ 1 ລ້ານ​ຄົນ ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ແລ້ວ

(VOVWORLD) -ນັບແຕ່ເວລາ 16 ໂມງຂອງວັນທີ 01 ທັນວາ ຫາເວລາ 16 ໂມງຂອງວັນທີ 02 ທັນວາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 13.698 ຄົນ. ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມ 1.266.288 ຄົນ.
ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ​ຈຳ​ນວນ ກວ່າ 1 ລ້ານ​ຄົນ ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ແລ້ວ - ảnh 1(ພາບປະກອບ: VOV)

ໃນວັນທີ 02 ທັນວາ, ມີຜູ້ຕິດເຊື້ອກວ່າ 13.258 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຈຳນວນຜູ້ຫາຍດີຢູ່ ຫວຽດນາມ ຂຶ້ນເປັນ 1.005.310 ຄົນ ແລະ ໃນ 24 ຊົ່ວໂມງຜ່ານມາ, ມີຜູ້ເສຍຊີວິດ 210 ຄົນ.

ປັດຈຸບັນ, ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ຈໍານວນກວ່າ 147,5 ລ້ານໂດສ. ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ໃນໄລຍະແຕ່ວັນທີ 01 ທັນວາ ຫາວັນທີ 31 ທັນວາ 2021, ຄາດວ່າ ທາງກະຊວງຈະໄດ້ຮັບວັກຊິນຕື່ມອີກປະມານ 63,5 ລ້ານໂດສ ເພື່ອສັກໃຫ້ຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ເດັກ, ຮັບປະກັນການສັກວັກຊິນຄົບ  2 ເຂັມໃຫ້ແກ່ເດັກມີອາຍຸແຕ່ 12 ຫາ 17 ປີ ຢ່າງທົ່ວເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ