ມີຜູ້ຮັບບາດເຈັບ, ເສຍຊີວິດຫຼາຍຄົນໃນເຫດແຜ່ນດິນໄຫວຢູ່ຕວັກກີ ແລະ ເກຼັກ

(VOVWORLD) -ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 22 ຄົນ ແລະ ມີຜູ້ຮັບບາດເຈັບ 800 ຄົນ, ບັນດາຕຶກອາຄານຖືກພັງທະລາຍ.

ມີຜູ້ຮັບບາດເຈັບ, ເສຍຊີວິດຫຼາຍຄົນໃນເຫດແຜ່ນດິນໄຫວຢູ່ຕວັກກີ ແລະ ເກຼັກ - ảnh 1 ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຫຼາຍຄົນໃນເຫດແຜ່ນດິນໄຫວ

(ພາບ: THX/TTXVN)

ຕາມບົດລາຍງານຂອງວົງການເຈົ້າໜ້າທີ່ຕວັກກີ ແລະ ເກຼັກ ແລ້ວ, ເຫດແຜ່ນດິນໄຫວມີຄວາມແຮງ 6,7 ອົງສາຣິກເຕີ ເກີດຂຶ້ນຢູ່ເຂດຝັ່ງທະເລທາງທິດຕາເວັນຕົກ ຕວັກກີ ແລະ ສ່ວນໜຶ່ງຂອງ ເກຼັກ ໃນວັນທີ 30 ຕຸລາ, ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 22 ຄົນ ແລະ ມີຜູ້ຮັບບາດເຈັບ 800 ຄົນ, ບັນດາຕຶກອາຄານຖືກພັງທະລາຍ.

        ຄວາມເສຍຫາຍທາງດ້ານຊີວິດອິນຊີ ແລະ ສັບສິນສ່ວນຫຼາຍແມ່ນຢູ່ນະຄອນ Izmir ຂອງຕວັກກີ - ເຊິ່ງແມ່ນນະຄອນມີປະຊາຊົນ 3 ລ້ານຄົນດຳລົງຊີວິດ ແລະ ມີຕຶກອາຄານຫຼາຍຫຼັງ. ປະຈຸບັນ, ອົງການທີ່ມີໜ້າທີ່ຂອງຕວັກກີ ພວມຍູ້ໄວວຽກງານກູ້ໄພກູ້ຊີບບັນດາຜູຸ້ຖືກຕິດຄ້າງຢູ່ໃນຕຶກອາຄານທີ່ຖືກພັງທະລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ