ມີຜູ້ຮັບບາດເຈັບ - ເສຍຊີວິດໃນການປະທະກັນຄັ້ງຫຼ້າສຸດຢູ່ເຂດຊາຍແດນ ອາບການິດສະຖານ - ປາກິດສະຖານ

(VOVWORLD) - ການປະທະກັນແກ່ຍາວປະມານ 2 ຊົ່ວໂມງເຄິ່ງ ພາຍຫຼັງກຳລັງປ້ອງກັນຊາຍແດນ ປາກິດສະຖານ ຍິງປືນເຂົ້າໃສ່ທາງ ອາບການິດສະຖານ, ເຮັດໃຫ້ກຳລັງຂອງ ອາບການິດສະຖານ ຕ້ອງໂຕ້ຕອບ.
ມີຜູ້ຮັບບາດເຈັບ - ເສຍຊີວິດໃນການປະທະກັນຄັ້ງຫຼ້າສຸດຢູ່ເຂດຊາຍແດນ ອາບການິດສະຖານ - ປາກິດສະຖານ - ảnh 1(ພາບປະກອບ: ISPR/REUTERS)

ວົງການເຈົ້າໜ້າທີ່ ປາກິດສະຖານ ແລະ ອາບການິດສະຖານ ຢັ້ງຢືນວ່າ ຢ່າງໜ້ອຍສຸດມີ 5 ຄົນເສຍຊີວິດ ແລະ 5 ຄົນຮັບບາດເຈັບໃນການປະທະກັນຄັ້ງຫຼ້າສຸດລະຫວ່າງກຳລັງປ້ອງກັນຊາຍແດນຂອງ 2 ປະເທດ, ຢູ່ເທດສະບານເຂດຊາຍແດນ Spin Boldak, ແຂວງ Kandahar ທາງພາກໃຕ້ ອາບການິດສະຖານ, ໃນຕອນຄ່ຳວັນທີ 05 ທັນວາ.

ທ່ານ Mawlawi Abdul Karim Jihadyar, ເຈົ້າເມືອງ Spin Boldak, ແຂວງ Kandahar ໃຫ້ຮູ້ວ່າ ການປະທະກັນແກ່ຍາວປະມານ 2 ຊົ່ວໂມງເຄິ່ງ ພາຍຫຼັງກຳລັງປ້ອງກັນຊາຍແດນ ປາກິດສະຖານ ຍິງປືນເຂົ້າໃສ່ທາງ ອາບການິດສະຖານ, ເຮັດໃຫ້ກຳລັງຂອງ ອາບການິດສະຖານ ຕ້ອງໂຕ້ຕອບ.

ໃນຂະນະນັ້ນ, ທ່ານ Mosharraf Zaidi, ໂຄສົກຂອງປະທານາທິບໍດີ ປາກິດສະຖານ ໄດ້ກ່າວຫາວ່າ ບັນດານາຍທະຫານ ອາບການິດສະຖານ ແມ່ນຝ່າຍໄດ້ “ຍິງປືນໂດຍໄຮ້ເຫດຜົນ” ຢູ່ເຂດຊາຍແດນ Chaman.

ຕອບກັບ

ຂ່າວ/ບົດ​ອື່ນ