ມີຜູ້ເສຍຊີວິດຍ້ອນໂລກລະບາດ Covid-19 ຕື່ມອີກ 96 ຄົນຢູ່ແຂວງ ຮູເປີ່ຍ (ຈີນ)

(VOVWORLD) - ຕອນເຊົ້າວັນທີ 23 ກຸມພາ, ຄະນະກຳມະການສາທາລະນະສຸກແຂວງ ຮູເປີ່ຍ (ຈີນ) ປະກາດວ່າ ໄລ່ຮອດທ້າຍວັນທີ 22 ກຸມພາ, ແຂວງນີ້ໄດ້ຢືນຢັນວ່າ ມີຜູ້ເສຍຊີວິດຍ້ອນ Covid-19 ຕື່ມອີກ 96 ຄົນ ແລະ ມີ 630 ຄົນຕິດເຊື້ອໃໝ່.

  ດ້ວຍຈຳນວນຕົວເລກທີ່ຫາກໍ່ປະກາດນັ້ນ, ແຂວງ ຮູເປີ່ຍ ໄດ້ມີ 2.346 ຄົນເສຍຊີວິດຍ້ອນ Covid-19 ແລະ 64.084 ຄົນຕິດເຊື້ອພະຍາດ. ສະນັ້ນ, ຈຳນວນຜູ້ເສຍຊີວິດຍ້ອນ Covid-19 ຢູ່ ຈີນ ແມ່ນ 2.441 ຄົນ.

        ໃນຂະນະນັ້ນ, ຕອນເຊົ້າວັນທີ 23 ກຸມພາ, ອົງການສາທາລະນະສຸກ ສ.ເກົາຫຼີ ໄດ້ປະກາດວ່າ ມີຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ທີ່ກໍ່ໃຫ້ເກີດພະຍາດອັກເສບປອດຕື່ມອີກ 123 ຄົນ, ຍົກຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ແມ່ນ 556 ຄົນ. ສ່ວນຢູ່ປະເທດ ອີຕາລີ, ໄລ່ຮອດຕອນເຊົ້າວັນທີ 23 ກຸມພາ, ຈຳນວນຄົນຕິດເຊື້ອ Covid-19 ຢູ່ປະເທດນີ້ ແມ່ນ 79 ຄົນ, ໃນນັ້ນ ມີ 2 ຄົນເສຍຊີວິດ.

        ວັນທີ 22 ກຸມພາ, ອຳນາດການປົກຄອງແຂວງ Tochigi, ທາງທິດຕາເວັນອອກ ຍີ່ປຸ່ນ ໃຫ້ຮູ້ວ່າ:ແມ່ຍິງ ຍີ່ປຸ່ນ ຄົນໜຶ່ງ ຢູ່ແຂວງນີ້ໄດ້ຕິດເຊື້ອ Covid-19 ພາຍຫລັງກັບມາຈາກເຮືອທ່ອງທ່ຽວ Diamond Princess ໃນວັນທີ 19 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ