ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ.

(VOVWORLD) -ຕອນຄ່ຳວັນທີ 24 ກໍລະກົດ ວັກຊິນໂມເດນາ ກັນໂຄວິດ - 19 ກວ່າ 3.000.000 ໂດຣ ໂດຍລັດຖະບານອາເມລິການໄດ້ຊ່ວຍໜູນຜ່ານກົນໄກ ໂກວັກ  ໄດ້ສົ່ງມາຮອດຫວຽດນາມ.
ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ.  - ảnh 1ວັກຊີນກັນໂຄວິດ - 19 ຕື່ມອີກ 3.ລ້ານ ໂດຣ ໄດ້ສົ່ງຮອດຫວຽດນາມ

    ຫຼັງຈາກນັ້ນ ວັກຊີນເກືອບ 1.500.000 ໂດຣ ໄດ້ສົ່ງໄປຍັງນະຄອນໂຮ່ຈີມິນ ແລະ ກວ່າ 1.500.000 ໂດຣທີ່ຍັງເຫຼືອສົ່ງຮອດຮ່າໂນ້ຍເມື່ອວັນທີ 25 ກໍລະກົດ. ນີ້ແມ່ນວັກຊີນ ໂມເດນາ ງວດທີສອງໄດ້ສົ່ງມາຮອດຫວຽດນາມໃນເດືອນກໍລະກົດ ປີ 2021, ອັນໄດ້ຍົກຍອດປະລິມານວັກຊີນໂດຍລັດຖະບານ ອາເມລິກາຊ່ວຍໜູນໃຫ້ແກ່ ຫວຽດນາມຜ່ານກົນໄກ ໂກວັກໄດ້ຂຶ້ນເຖິງ 5.000.000 ໂດຣ. ມາຮອດປັດຈຸບັນຫວຽດນາມໄດ້ຮັບວັກຊີນກັນໂຄວິດ - 19 ເກືອບ 7,5 ລ້ານໂດຣ ຈາກກົນໄກໂກວັກ ແລະຫວຽດນາມໄດ້ປະຕິບັດການສັກຢາຊີນເກືອບ 4,5 ລ້ານໂດຣ ໃຫ້ແກ່ປະຊາຊົນ ໃນນັ້ນ 350.000 ຄົນໄດ້ສັກເຂັມທີສອງແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ