ມອບ ແລະ ເລື່ອນຊັ້ນ​ຕຳ​ແໜ່ງ​ ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ໃຫ້​ແກ່ພະ​ນັກ​ງານ​​ການ​ທູດ 14 ຄົນ

(VOVWORLD) -ຕອນບ່າຍວັນທີ 19 ກຸມພາ, ຢູ່ທຳນຽບປະທານປະເທດ, ໂດຍໄດ້ຮັບການມອບສິດຈາກທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ຫວຽດນາມ ໄດ້ມອບຂໍ້ຕົກລົງວ່າດ້ວຍການມອບ ແລະ ເລື່ອນຊັ້ນຕຳແໜ່ງເອກອັກຄະລັດຖະທູດ ປະເທດ ສ.ສ ຫວຽດນາມ ໃຫ້ແກ່ພະນັກງານ, ລັດຖະກອນການທູດ 14 ຄົນ.
ມອບ ແລະ ເລື່ອນຊັ້ນ​ຕຳ​ແໜ່ງ​ ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ ໃຫ້​ແກ່ພະ​ນັກ​ງານ​​ການ​ທູດ 14 ຄົນ - ảnh 1 ທ່ານນາງ ດັ້ງທິງັອກທິ້ງ ຮອງປະທານປະເທດກ່າວຄຳເຫັນທີ່ພິທີ (ພາບ: TTXVN)

ກ່າວຄຳເຫັນທີ່ພິທີ, ທ່ານນາງ ດັ້ງທິງັອກທິ້ງ ຮອງປະທານປະເທດ ໄດ້ເນັ້ນໜັກວ່າ ໃນສະພາບການທັງຢູ່ພາຍໃນປະເທດ ແລະ ສາກົນຄືໃນປັດຈຸບັນ, ໜ້າທີ່ການທູດເວົ້າລວມ ແລະ ບັນດາພະນັກງານການທູດເວົ້າສະເພາະ ຄວນກຳໄດ້ກາລະໂອກາດ, ນຳໃຊ້ໄດ້ທ່າອ່ຽງ, ເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ວາງອອກໄດ້ຢ່າງ ຄ່ອງແຄ້ວ ແລະ ມີໄຫວພິບ, ເພື່ອແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍຜົນປະໂຫຍດແຫ່ງຊາດໃນບັນດາການປ່ຽນແປງຂອງ ສະພາບການ ແລະ ການປ່ຽນແປງຂອງຍຸກສະໄໝ.

        ທ່ານນາງຮອງປະທານປະເທດ ມີຄວາມ ເຊື່ອໝັ້ນວ່າ ບັນດາພະນັກງານ, ລັດຖະກອນທີ່ດີເດັ່ນຂອງຂະແໜງການຕ່າງປະເທດຈະສືບຕໍ່ຜັນຂະຫຍາຍບົດບາດປະຈັນບານ ຂອງຂົງເຂດການທູດ ໃນການປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຍາດແຍ່ງບັນດາແຫຼ່ງກຳລັງຈາກພາຍນອກໃຫ້ດີທີ່ສຸດເພື່ອພັດທະນາປະເທດຊາດ, ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ