ມອບ​ຜ້າ​ອັດ​ປາກ​ອັດ​ດັງ ຊ່ວຍເຫຼືອ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ

(VOVWORLD) -        ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ສຳນັກງານ ສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສ ຢູ່ ລາວ ຕັ້ງຢູ່ ວຽງຈັນ, ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ມອບຜ້າອັດປາກອັດດັງຈຳນວນ 20.000 ອັນ ໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ລາວ.
ມອບ​ຜ້າ​ອັດ​ປາກ​ອັດ​ດັງ ຊ່ວຍເຫຼືອ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ  - ảnh 1ພິທີມອບຜ້າອັດປາກອັດດັງ
(ພາບ: nhandan.vn)

ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫວູຕູ໊ແອັວງ, ທີ່ປຶກສາຮັບຜິດຊອບວຽກງານວົງຄະນະຍາດ, ສະຖານທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ຈຳນວນຂອງຂວັນດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ນ້ຳໃຈຂອງປະເທດຊາດ ທີ່ສະຫງວນໃຫ້ແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສ ຢູ່ ລາວ; ພ້ອມທັງປາດຖະໜາວ່າ ຈໍານວນຜ້າອັດປາກອັດດັ່ງດັ່ງກ່າວ ຈະໄດ້ນຳໃຊ້ຢ່າງມີຄວາມໝາຍ, ປະກອບສ່ວນຊ່ວຍເຫຼືອປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ລາວ ຢ່າງຕັ້ງໜ້າກວ່າ ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຈະມາເຖິງ.

        ຕາມທ່ານນາງ ຫວູຕູ໊ແອັວງ ແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງເຫັນດີຊ່ວຍເຫຼືອປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວ ຈຳນວນເງິນ 40.000 USD ເຊິ່ງໄດ້ຫັກຈາກກອງທຶນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ສະຖານທູດ ຫວຽດນາມ ປະຈຳ ລາວ ຈະຮັບເອົາບ້ວງເງິນດັ່ງກ່າວ ແລະ ມອບໃຫ້ສະມາຄົມໃຫຍ່ຊາວ ຫວຽດນາມ ອາໄສ ຢູ່ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ