ມອບລາງວັນ “ວິສາຫະກິດເພື່ອຄົນງານປີ 2016”

ມອບລາງວັນ “ວິສາຫະກິດເພື່ອຄົນງານປີ 2016” - ảnh 1

(​ພິ​ທີມອບລາງວັນ “ວິສາຫະກິດເພື່ອຄົນງານປີ 2016”)

(vovworld)- ຕອນ​ເຊົ້າ​ວັນ​ທີ 29/10 ຢູ່ ຮ່າ​ໂນ້ຍ, ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ຫ້ອງ​ການ​ການ​ຄ້າ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ “ວິ​ສາ​ຫະ​ກິດ​ເພື່ອ​ຄົນ​ງານ​ປີ 2016”. ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້​ແກ່ວິ​ສາ​ຫະ​ກິດ 15 ແຫ່ງ, ຊື່​ງ​ແມ່ນ​ບັນ​ດາ​ຫົວ​ຫນ່ວຍ​ນຳ​ຫນ້າ, ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ​້ອມ​ແຫ່ງ​ການ​ເຮັດ​ວຽກ, ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ກຳ​ມະ​ກອນ, ສ້າງ​ສະ​ພາ​ບ​ແວດ​ລ​້ອມ​ວັດ​ທະ​ນະ​ທຳ​ວິ​ສາ​ຫະ​ກິດ​ທີ່​ປອດ​ໄສ, ດຳ​ເນີນ​ທຸ​ລະ​ກິດ​​ສະ​ຖຽນ​ລະ​ພາບ ແລະ ມີ​ຄວາມ​ກ້າ​ວ​ຫນ້າ, ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນາ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ບູ່ຍ​ວັນ​ເກືອງ, ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ລາງວັນ​ວິ​ສາ​ຫະ​ກິ​ດ​ເພື່ອ​ຄົນ​ງານ​ໄດ້​ຮັບ​ການ​ຕອບ​ສະ​ຫນອງຢ່າງ​ຕັ້ງ​ຫນ້າຈາກວິ​ສາ​ຫະ​ກິດ ແລະ ນັກ​ທຸ​ລະ​ກິດ. ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ລາງວັນ​ໃນ​ມື້ນີ້ບໍ່​ພຽງ​ແຕ່​ເສີມ​ຂະ​ຫຍາຍ​ຄູນ​ປະ​ໂຫຍດ​ໃນ​ວຽກ​ງານ​ຂອງ​ຕົນ​ເທົ່າ​ນັ້ນ ຫາກ​ຍັງ​​ທະ​ວີ​ຄູນບັນ​ດາ​ແບບ​ຢ່າງ​ ເພື່ອປະ​ກອບ​ສ່ວນສ້າງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ໃຫ້​ນັບ​ມື້​ນັບ​ເຕີບ​ໃຫຍ່ ມີ​ກຳ​ລັງ​ແຮງ​ພຽງ​ພໍ​ເພື່ອ​ເຊື່ອມ​ຕົວ.”

 


ຂ່າວ/ບົດ​ອື່ນ