ມອບລາງວັນງານມະໂຫລານທຳນອງເພງຮ້ອງ 2019

(VOVWORLD) -  ງານມະໂຫລານທຳນອງເພງຮ້ອງຄັ້ງທີ 4 ປີ 2019 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງ, ແມ່ນສະໜາມການແຂ່ງຂັນທີ່ມີຄວາມໂປ່ງໃສ, ມີຜົນປະໂຫຍດ, ມີຄຸນປະໂຫຍດສູງກ່ຽວກັບດົນຕີໃຫ້ແກ່ພວກນ້ອງເຍົາວະຊົນເນື່ອງໃນໂອກາດລະດູຮ້ອນວຽນມາ.

ຕອນຄ່ຳວັນທີ 30 ພຶດສະພາ, ທີ່ໂຮງລະຄອນວິທະຍຸກະຈາຍສຽງ ຫວຽດນາມ, ເລກທີ 58 ຖະໜົນ ກວານຊື໊, ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະ ແລະ ມອບລາງວັນງານມະໂຫລານທຳນອງເພງຮ້ອງຄັ້ງທີ 4 ປີ 2019 ດ້ວຍຫົວຂໍ້ວ່າ: “ນ້ອງຮັກບ້ານເກີດເມືອງນອນ”. ຫຼຽນຄຳມີ 15 ຫຼຽນ, ຫຼຽນເງິນມີ 16 ຫຼຽນ ແລະ ຫຼຽນທອງມີ 8 ຫຼຽນໄດ້ມອບໃຫ້ບັນດາບຸກຄົນ. ລາງວັນໜຶ່ງຂອງລວມໝູ່ໄດ້ມອບໃຫ້ຫໍວັດທະນະທຳຊາວໜຸ່ມເຍົາວະຊົນແຂວງ ບັກນິງ. ລາງວັນສຽງອອກອາກາດດີ ໄດ້ມອບໃຫ້ວິທະຍຸໂທລະພາບແຂວງ ບີ່ງເຢືອງ. ລາງວັນມີຄວາມຫວັງ ໄດ້ມອບໃຫ້ນ້ອງ ຫງວຽນດັງກວາງຮູຍ ຂອງຫໍເຍົາວະຊົນແຂວງ ຫ໋າຍເຢືອງ.

ມອບລາງວັນງານມະໂຫລານທຳນອງເພງຮ້ອງ 2019 - ảnh 1 ມອບລາງວັນງານມະໂຫລານທຳນອງເພງຮ້ອງ 2019

        ງານມະໂຫລານທຳນອງເພງຮ້ອງຄັ້ງທີ 4 ປີ 2019 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງ, ແມ່ນສະໜາມການແຂ່ງຂັນທີ່ມີຄວາມໂປ່ງໃສ, ມີຜົນປະໂຫຍດ, ມີຄຸນປະໂຫຍດສູງກ່ຽວກັບດົນຕີໃຫ້ແກ່ພວກນ້ອງເຍົາວະຊົນເນື່ອງໃນໂອກາດລະດູຮ້ອນວຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ