ມອບລາງວັນງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 5

(VOVWORLD) - ຕອນຄ່ຳວັນທີ 31 ຕຸລາ, ພິທີອັດ ແລະ ມອບລາງວັນງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ (Haniff) ຄັ້ງທີ 5 ໄດ້ດຳເນີນຢູ່ຫໍວັດທະນະທຳແຮງງານມິດຕະພາບ ຫວຽດ - ໂຊ, ຮ່າໂນ້ຍ ດ້ວຍຫົວຂໍ້ວ່າ “ຮູບເງົາ - ເຊື່ອມໂຍງ ແລະ ພັດທະນາແບບຍືນຍົງ”. 
ມອບລາງວັນງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 5 - ảnh 1ບັນດານັກສະແດງເຂົ້າຮ່ວມພິທີມອບລາງວັນງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ຄັ້ງທີ 5 (ພາບ: sggp.org.vn)

ງານມະໂຫລານຮູບເງົາສາກົນ ຮ່າໂນ້ຍ ປີນີ້ ໄດ້ເຕົ້າໂຮມບັນດາບົດປະພັນດີເລີດຂອງຮູບເງົາໃນໂລກ, ໃນນັ້ນ ມີທັງຊຸດຮູບເງົາ ຄຼາດສິກ ຂອງບັນດາຜູ້ກຳກັບທີ່ມີຊື່ສຽງ ແລະ ບັນດາຮູບເງົາໃໝ່, ທີ່ຫາກໍ່ໄດ້ຮັບລາງວັນອັນຊົງກຽດທີ່ສຸດ.

        ຮູບເງົາເລື່ອງ “The Dark room” (ຫ້ອງມືດ) ຂອງຜູ້ກຳກັບ Rouhollah Hejazi (ອີຣານ) ຄວ້າໄດ້ລາງວັນຮູບເງົາເລື່ອງຍາວດີເລີດທີ່ສຸດ. ພ້ອມກັນນັ້ນ ຮູບເງົາເລື່ອງ “Su” (ນ້ຳ) ຂອງຜູ້ກຳກັບ Aizhana Kasyymbek (ກາຊັກສະຖານ) ຄວ້າໄດ້ລາງວັນຮູບເງົາເລື່ອງສັ້ນດີເລີດທີ່ສຸດ. ພ້ອມກັນນັ້ນ ຍັງມີຫລາຍລາງວັນທີ່ດູດດື່ມອີກ.

        ລາງວັນນັກສະແດງຊາຍດີເດັ່ນທີ່ສຸດໄດ້ມອບໃຫ້ນັກສະແດງ Christian Bables (ຟີລິບປີນ) ແລະ ລາງວັນນັກສະແດງຍິງດີເດັ່ນທີ່ສຸດ ໄດ້ມອບໃຫ້ນັກສະແດງ ດ່າວເຟືອງແອັງດ່າວ (ຫວຽດນາມ).

        ລາງວັນຮູບເງົາ ຫວຽດນາມ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດຈາກຜູ້ຊົມໃນລາຍການຮູບເງົາ ຫວຽດນາມ ຍຸກປັດຈຸບັນ ໄດ້ແກ່ເລື່ອງ “ອ້າຍບ່າວຜູ້ເປັນເມຍຂອງນ້ອງ” ຂອງຜູ້ກຳກັບ Charlie Nguyen.

ຕອບກັບ

ຂ່າວ/ບົດ​ອື່ນ