ມອບລາງວັນໃຫ້ບັນດາບົດປະພັນ ຂຽນກ່ຽວກັບການຮຳ່ຮຽນ, ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ

ມອບລາງວັນໃຫ້ບັນດາບົດປະພັນ ຂຽນກ່ຽວກັບການຮຳ່ຮຽນ, ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈີມິນ - ảnh 1
ການມອບລາງວັນໃຫ້ບັນດານັກປະພັນໄດ້ຮັບລາງວັນ A
(ພາບ: ສຳນັກຂ່າວສານ ຫວຽດນາມ)

 (vovworld) – ​ຕອນ​ຄຳ່​ວັນ​ທີ 16/5, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຈັດ​ຕັ້ງ​ພິທີ​ມອບ​ລາງວັນ​ປະດິດ​ແຕ່ງ, ​ໂຄ​ສະນາບັນດາ​ບົດ​ປະພັນ​ວັນນະ​ຄະນະ​ດີ, ສິລະ​ປະ, ໜັງສືພິມ ກ່ຽວ​ກັບ​ຫົວ​ຂໍ້​ການ​ຮຳ່​ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ ​ໂຮ່ຈີ​ມິນ. ພາຍ​ຫລັງ​ຈັດ​ຕັ້ງ​ມາ​ເປັນ​ເວລາ 2 ປີ, ​ໄດ້​ມີ​ບົດ​ປະພັນ​ຫຼາຍ​ປະ​ເພດຂອງ​ບັນດານັກ​ປະພັນ, ນັກ​ຂ່າວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ​. ​ໃນຄັ້ງ​ທີ່​ໜຶ່ງ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ໃຫ້​ບັນດາ​ນັກ​ປະພັນ, ໜູ່ຄະນະ, ສ່ວນ​ບຸກຄົນ ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ປະພັນ, ​ໂຄສະນາ​ເຜີຍ​​ແຜ່, ວາດ​ພາບ​ຄືນ​ແບບຢ່າງ​ຄຸນສົມບັດ ​ແລະ ​ແບບ​ແຜນ​ດຳລົງ​ຊີວິດ​ຂອງ​ປະ​ເທດ ​ໂຮ່ຈີ​ມິນ ​ແຕ່​ເດືອນ 5/2011 ຮອດ 3/2013. ​ໃນຈຳນວນ 136 ລາງວັນ​​ທີ່ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ຄັ້ງ​ນີ້ມີລາງວັນ A 13 ລາງວັນ​, ລາງວັນ B 45 ລາງວັນ, ລາງວັນ C ​41 ລາງວັນ ແລະ ​ລາງວັນ​ຊົ​ມ​ເຊີຍຫຼາຍລາງວັນ. ​​ເປັນ​ກຽດ​ທີ່​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້, ນັກ​ຂ່າວ ຮ່າ​ທິ​ແທງ​ຖູ໋ຍ, ໜັງສື​ພິມ ດົ່ງ​ນາຍ, ຍາດ​ໄດ້​ລາງວັນ A ​ແບ່ງປັນ​ວ່າ:

“​ໄດ້​ຮັບ​ລາງວັນ​ກ່ຽວ​ກັບ​ຫົວ​ຂໍ້​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​​ແບບຢ່າງ​ຄຸນ​ສົມບັດ​ຂອງ​ລຸງ​ໂຮ່ ກົງ​ກັບ​ໂອກາດ​ວັນ​ຄ້າຍ​ວັນ​ເກີດ​ຂອງ ​ເພີ່ນ, ຂ້າພະ​ເຈົ້າ​ຮູ້ສຶກ​ເປັນ​ກຽດ, ​ເອກອ້າງ​ທະ​ນົງ​ໃຈ ​ແລະ ມີ​ຄວາມ​ໝາຍ. ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ລຸງ​ໂຮ່​ເພື່ອ​ເຮັດ​ໃຫ້​ສັງຄົມ​ນັບ​ມື້​ນັບ​ດີ​ກ່ວາ, ນັ້ນ​ກໍ່​ແມ່ນ​ຈຸດໝາຍ ​ແລະ ຄວາມ​ຮັບຜິດຊອບ​​ເຊິ່ງນັກ​ຂ່າວ​ພວມມຸ້ງ​ໄປ​ເຖິງ. ​ໄລຍະ​ຈະ​ມາ​ເຖິງ, ດ້ວຍ​ຄວາມ​ຮັບຜິດ​ຊອບ​ຂອງ​ນັກ​ຂ່າວ​ຜູ້ໜຶ່ງ, ຂ້າພະ​ເຈົ້າ​ຕ້ອງ​ສືບ​ຕໍ່​ຊອກ​ຫາ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ, ສາມາດ​ສ້າງ​ຄວາມ​ສະ​ເທືອ​ນ​​ໃຈ ​ເພື່ອ​ໂຄສະນາ​ເຖິງ​ທຸກໆ​ຄົນ, ​ເພື່ອ​​ເຮັດ​ໃຫ​້ເລື່ອງ​ຮຳ່ຮຽນ​ຕາມ​​ແບບຢ່າງ​ຂອງລຸງ​ໂຮ່ ກ້າວ​ເຂົ້າ​ສູ່​ລວງ​ເລິກ”

       

ຂ່າວ/ບົດ​ອື່ນ