ມອບ​ລາງວັນ​ໃຫ້​ແກ່​ 15 ຜົນ ​ງານ​ທິດ​ສະ​ດີ, ບົດ​ວິ​ຈານ​ວັນ​ນະ​ຄະ​ດີ, ສິ​ລະ​ປະ ​ທີ່​ດີ​ເດັ່ນ​ໃນ​ປີ 2019

(VOVWORLD) -ຕອນຄ່ຳວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງໄດ້ຈັດຕັ້ງພິທີມອບລາງວັນຂອງ ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໃຫ້ແກ່ 15 ຜົນງານທິດສະດີ, ບົດວິຈານວັນນະຄະດີ, ສິລະປະ.
ມອບ​ລາງວັນ​ໃຫ້​ແກ່​ 15 ຜົນ ​ງານ​ທິດ​ສະ​ດີ, ບົດ​ວິ​ຈານ​ວັນ​ນະ​ຄະ​ດີ, ສິ​ລະ​ປະ ​ທີ່​ດີ​ເດັ່ນ​ໃນ​ປີ 2019 - ảnh 1ພິທີມອບລາງວັນຂອງ ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໃຫ້ແກ່ 15 ຜົນງານທິດສະດີ, ບົດວິຈານວັນນະຄະດີ, ສິລະປະ

15 ຜົນງານດັ່ງກ່າວຂຶ້ນກັບບັນດາຂົງເຂດຄື: ວັນນະຄະດີ, ວິຈິດສິນ, ຖ່າຍຮູບ…ບັນດາຜົນງານເຫຼົ່ານັ້ນລ້ວນແຕ່ໄດ້ພິມຈຳໜ່າຍ ແລະ ໄດ້ປະກາດ ມີຄຸນຄ່າທາງດ້ານວິທະຍາສາດ ແລະ ປະກອບສ່ວນດ້ານທິດສະດີ ແລະ ພຶດຕິກຳຕົວຈິງ, ມີລັກສະນະສະຖານະການໃນຊີວິດດ້ານວັນນະຄະດີ, ສິລະປະ…ປະກອບສ່ວນເຂົ້າໃນການກຳນົດທິດການປະດິດແຕ່ງ ແລະ ປະຕິເສດບັນດາທັດສະນະທີ່ຜິດພາດໃນວັນນະຄະດີ, ສິລະປະຢ່າງມີປະສິດທິຜົນ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນເທ໊ກີ໋ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ, ປະທານສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງເນັ້ນໜັກວ່າ:

        ສະພາທິດສະດີ, ວິຈານວັນນະຄະດີ, ສິລະປະສູນກາງ ຫວັງວ່າ ໃນໄລຍະຈະມາເຖິງບັນດາສະມາຄົມວັນນະຄະດີ, ສິລະປະຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດານັກສິລະປະວັນນະຄະດີ, ແລະ ບັນດາຜູ້ທີ່ເຮັດວຽກງານທິດສະດີ, ວິຈານວັນນະຄະດີ, ສິລະປະກໍ່ຄື ມະຫາຊົນເປັນຈຳນວນຫຼວງຫຼາຍມີຄວາມເອົາໃຈໃສ່ກ່ວາອີກ, ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ປະກອບສ່ວນເຮັດໃຫ້ ການມອບລາງວັນນັບມື້ນັບມີຄຸນປະໂຫຍດຢ່າງແທ້ຈິງ ແລະ ມີຄວາມໝາຍອັນຍິ່ງໃຫຍ່ກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ