ມອບຫຼຽນ​ໄຊ, ຫຼຽນ​ກາໃຫ້​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ສະ​ຫະ​ພັນ​ແມ່​ຍິງ​ລາວ

(VOVWORLD) -ຕອນບ່າຍວັນທີ 2 ກໍລະກົດ, ຢູ່ນະຄອນດ່ານັ້ງ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດພິທີ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ປີ 2022 ແລະ ມອບຫຼຽນໄຊ, ຫຼຽນກາແຫ່ງລັດ ຫວຽດນາມ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງສະຫະພັນແມ່ຍິງລາວ
ມອບຫຼຽນ​ໄຊ, ຫຼຽນ​ກາໃຫ້​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ສະ​ຫະ​ພັນ​ແມ່​ຍິງ​ລາວ - ảnh 1ມອບຫຼຽນໄຊ, ຫຼຽນກາໃຫ້ໝູ່ຄະນະ, ສ່ວນບຸກຄົນສະຫະພັນແມ່ຍິງລາວ (ພາບ: TTXVN)

ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ມອບຫຼຽນໄຊເອກະລາດຊັ້ນ 3, ຫຼຽນໄຊແຮງງານຊັ້ນ 3, ຫຼຽນໄຊມິດຕະພາບໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂຶ້ນກັບສະຫະພັນແມ່ຍິງລາວ. ບັນດາຫຼຽນໄຊອັນສູງສົ່ງຂອງພັກ, ລັດ ຫວຽດນາມ ມອບໃຫ້ເພື່ອແນໃສ່ຢັ້ງຢືນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການການເພີ່ມທະວີຄວາມເຂົ້າໃຈ, ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງແມ່ຍິງ ແລະ ປະຊາຊົນສອງປະເທດ. ໃນໂອກາດນີ້, ສະຫະພັນແມ່ຍິງ ສອງປະເທດ ໄດ້ລົງນາມຂໍ້ຕົກລົງການຮ່ວມມືໄລຍະ 2022 – 2027.

ຕອບກັບ

ຂ່າວ/ບົດ​ອື່ນ