ມອບ​ຮັບ ແລະ ສົ່ງ​ອັດ​ຖິ​ນັກ​ຮົບ​, ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ ພາກໃຕ້​ລາວ 16 ອັດ​ຖິກັບ​ຄືນ​ເມືອ​ປະ​ເທດ

(VOVWORLD) - ບັນດາຜູ້ແທນໄດ້ ຖະຫວາຍທູບທຽນ, ດອກໄມ້ອາໄລຫາ, ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດານັກຮົບ ຜູ້ທີ່ເສຍສະຫຼະຊີວິດຢ່າງອົງອາດກ້າຫານເພື່ອພັນທະສາກົນອັນສູງສົ່ງ.
ມອບ​ຮັບ ແລະ ສົ່ງ​ອັດ​ຖິ​ນັກ​ຮົບ​, ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ ພາກໃຕ້​ລາວ 16 ອັດ​ຖິກັບ​ຄືນ​ເມືອ​ປະ​ເທດ - ảnh 1ພາບປະກອບ:  TTXVN 

ວັນທີ 17 ພຶດສະພາ, ຢູ່ແຂວງ ສາລະວັນ (ພາກໃຕ້ລາວ), ໄດ້ດຳເນີນພິທີສົ່ງອັດຖິນັກຮົບ, ນັກຊ່ຽວຊານ ແລະ ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ສອງແຂວງ ສາລະວັນ ແລະ ເຊກອງໃນປາງສົງຄາມ ກັບຄືນເມືອຫວຽດນາມ. ນະທີ່ນີ້, ບັນດາຜູ້ແທນໄດ້ ຖະຫວາຍທູບທຽນ, ດອກໄມ້ອາໄລຫາ, ສະແດງຄວາມຮູ້ບຸນຄຸນ ຕໍ່ບັນດານັກຮົບ ຜູ້ທີ່ເສຍສະຫຼະຊີວິດຢ່າງອົງອາດກ້າຫານເພື່ອພັນທະສາກົນອັນສູງສົ່ງ. ພາຍຫຼັງພິທີ, ອັດຖິນັກຮົບເສຍສະຫຼະຊີວິດ 16 ອັດຖິໂດຍກອງບັນຊາການທະຫານແຂວງ ເທື່ອທຽນ ເຫ້ວ ສົ່ງກັບເມືອປະເທດເພື່ອຈັດພິທີ ໄຫວ້ອາໄລ ແລະ ບົ່ງອັດຖິຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຂວງ ເທື່ອທຽນ - ເຫ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ