ມອບໃບປະກາດສະນິຍະບັດປະລິຍາເອກກິຕິມະສັກ ໃຫ້ແກ່ປະທານປະເທດ ລາວ

ມອບໃບປະກາດສະນິຍະບັດປະລິຍາເອກກິຕິມະສັກ ໃຫ້ແກ່ປະທານປະເທດ ລາວ - ảnh 1
(ມອບໃບປະກາດສະນິຍະບັດປະລິຍາເອກກິຕິມະສັກ ໃຫ້ແກ່ປະທານປະເທດ ລາວ)

(vovworld) - ​ວັນ​ທີ 28/8, ທີ່​ສຳນັກງານ​ປະທານ​ປະ​ເທດ ສປປ ລາວ, ​ໂດຍ​ຕາງໜ້າ​ໃຫ້​ກະຊວງ​ສຶກສາ - ບຳລຸງ​ສ້າງ ​ແລະ ມະຫາວິ​ທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ຫວຽດນາມ, ທ່ານ​ຮອງ​ສາດສະດາຈານ, ດຣ ຟ້າ​ມ​ແມ້ງ​ຮູ່ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ - ບຳລຸງ​ສ້າງ ຫວຽດນາມ, ອະທິການ​ບໍດີມະຫາວິ​ທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ຫວຽດນາມ, ​ໄດ້​ມອບໃບປະກາດສະນິ​ຍະ​ບັດ​ປະລິຍາ​ເອກ​ກິ​ຕິ​ມະ​ສັກ ​ໃຫ້​ແກ່​ທ່ານ​ປະທານ​ປະ​ເທດ ສປປ ລາວ ຈູມມາ​ລີ ​ໄຊ​ຍະ​ສອນ. ທີ່​ພິທີ, ທ່າ​ນລັດຖະມົນຕີ​ຊ່ວຍ​ວ່າການ ຟ້າ​ມ​ແມ້ງ​ຮູ່ງ ​ເນັ້ນ​ໜັກ​ວ່າ: ມະຫາວິ​ທະຍາ​ໄລ​ເສດຖະກິດ​ແຫ່ງ​ຊາດ ໄດ້ຮັບ​ກຽດ​ທີ່ພັກ, ລັດ ​ແລະ ກະຊວງ​ສຶກສາ ຫວຽດນາມ ມອບ​ໝາຍ​ໜ້າ​ທີ່​ບຳລຸງ​ສ້າງ​ພະນັກງານ​ໃຫ້​ແກ່​ປະ​ເທດ ລາວ. ​ໂຮງຮຽນ​ໄດ້​ສົມທົບ​ບຳລຸງ​ສ້າງພະນັກງານລາວ ໃນຊັ້ນ​ຮຽນ​ຕ່າງໆ​ຄື: ປະລິຍາ​​ຕີ, ປະລິຍາ​​ໂທ, ປະລິຍາ​ເອກ ຜ່ານ​ການ​ຮ່ວມ​ມື  2 ຝ່າຍ​ລະຫວ່າງ​ລັດຖະບານ 2 ປະ​ເທດ. ​ເພື່ອ​ບັນລຸ​ໄດ້​ບັນດາໝາກຜົນ​ອັນ​ໃຫຍ່​ຫຼວງ​ນັ້ນ, ຮຽກຮ້ອງ​ໃຫ້​ມີ​ກາ​ນສົ​ມທົບ​ລະ​ຫວ່າງ 2 ພັກ, 2 ລັດ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ອັນ​​ໃຫຍ່​ຫຼວງ​ຂອງ​ທ່ານ​​ເລຂາທິການ​ໃຫຍ່, ປະ​ເທດ​ປະ​ເທ​​ດ ລາວ ຈູມມາ​ລີ ​ໄຊ​ຍະ​ສອນ, ຜູ້​ທີ່​​ເບິ່ງ​ແຍງ​ດູ​ແລ, ຮັກສາ, ພັດທະນາ​ການ​ພົວພັນ​ແບບ​ພິ​ເສດ ຫວຽດນາມ ລາວ ​ໃນ​ນັ້ນ​ມີ​ພາລະກິດ​ສຶກສາ, ບຳລຸງ​ສ້າງ ​ເປັ​ນປະຈຳ.

 

ຂ່າວ/ບົດ​ອື່ນ