ມານະພະຍາຍາມສຳເລັດຄາດໝາຍເກັບງົບປະມານປີ 2020

(VOVWORLD) -  ວັນທີ 26 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍທົ່ວປະເທດ ປະກາດສຳເລັດແຜນການຜັນຂະຫຍາຍການສ້າງຕັ້ງກົມສ່ວຍສາອາກອນຂົງເຂດຂຶ້ນກັບ 63 ກົມສ່ວຍສາອາກອນເກັບລາຍຮັບແຂວງ, ນະຄອນ.
ມານະພະຍາຍາມສຳເລັດຄາດໝາຍເກັບງົບປະມານປີ 2020 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງກະຊວງການເງິນ, ຂະແໜງສ່ວຍສາອາກອນໄດ້ສຳເລັດລື່ນກາຍລະດັບຄາດໝາຍຮອບດ້ານໃນປີຜ່ານມາ, ປະກອບສ່ວນດຸ່ນດ່ຽງແຫຼ່ງເກັບລາຍຮັບງົບປະມານ. ໄປຄຽງຄູ່ກັນນັ້ນ, ຂະແໜງສ່ວຍສາອາກອນໄດ້ຍູ້ແຮງການປະຕິຮູບດ້ານບໍລິຫານ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

        ກ່ຽວກັບບັນດາໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງສະພາບໂລກລະບາດ Covid-19 ໄດ້ສົ່ງຜົນສະທ້ອນຕໍ່ທົ່ວໂລກ, ເຖິງຢ່າງໃດກໍ່ຕາມ ຍັງບໍ່ທັນມີພື້ນຖານ ເພື່ອໃຫ້ລັດຖະບານດັດປັບບັນດາຕົວເລກຄາດໝາຍມະຫາພາກ, ໃນນັ້ນ ມີຕົວເລກຄາດໝາຍເກັບງົບປະມານແຫ່ງລັດ. ທ່ານ ຫງວຽນຊວັນຟຸກ ກ່າວວ່າ:

        “ພວກເຮົາພວມເວົ້າປະຕິບັດ 2 ໜ້າທີ່ຄູ່ພ້ອມກັນ, ນັ້ນແມ່ນຕ້ານໂລກລະບາດໃຫ້ສຳເລັດຜົນຄືດັ່ງຄວາມຫວັງຂອງປະຊາຊົນ, ແຕ່ວຽກງານທີ່ 2 ກໍ່ສຳຄັນທີ່ສຸດ ແມ່ນພັດທະນາເສດຖະກິດສັງຄົມ. ຂ້າພະເຈົ້າສະເໜີຂະແໜງສ່ວຍສາອາກອນ, ກະຊວງການເງິນ ຄວນມີມາດຕະການ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການຜະລິດດຳເນີນທຸລະກິດຂອງວິສາຫະກິດ, ລະອຽດແມ່ນນະໂຍບາຍພາສີອາກອນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ຄຸ້ມຄອງການເກັບພາສີອາກອນສຳລັບຂົງເຂດວິສາຫະກິດ, ຮຽກຮ້ອງຂະແໜງສ່ວຍສາອາກອນ ຄວນຄົ້ນຄວ້າຫລຸດຜ່ອນລະບຽບການບໍລິຫານດ້ານພາສີສາອາກອນ.

ຕອບກັບ

ຂ່າວ/ບົດ​ອື່ນ