ມາເລເຊຍ ກະກຽມໃຫ້ ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 26

ມາເລເຊຍ ກະກຽມໃຫ້ ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 26 - ảnh 1
ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak
(ພາບ: AFP/TTXVN)


(vovworld) – ວັນ​ທີ 13/12, ທ່ານ​ນາຍົກລັດຖະມົນຕີມາ​ເລ​ເຊຍ Najib Razak ຢືນຢັນ​ວ່າ, ມາ​ເລ​ເຊຍ ພວມ​ສົ່ງ​ເສີມ​ວຽກ​ງານ​ກະກຽມ​ໃຫ້​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 28, ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່ Kuala Lumpur ​ໃນ​ວັນ​ທີ 26 – 27/04/2015. ທ່ານ Najib ​ເນັ້ນ​ໜັກ​ເຖິງ​ຄວາມ​ເປັນ​ເອກະ​ພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນະ​ຖາວອນ​ໃນ​ພາກ​ພື້ນ​ ​​ບໍ່​ພຽງ​ແຕ່​​ແມ່ນ​ຈຸດໝາຍ​ຂອງ​ມາ​ເລ​ເຊຍ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ວິ​ໄສ​ທັດ​ຂອງ​ປະ​ເທດ​ນີ້​ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ອີກ​ດ້ວຍ. ມາ​ເລ​ເຊຍ ກໍ່​ຈະ​ມຸ່ງ​ໄປ​ເຖິງ​ຄາດໝາຍ​ສ້າງ​ປະຊາ​ຄົມ​ແບ່ງປັນ​ບັນດາ​ຄວາມ​ຫວັງ​ລວມກ່ຽວ​ກັບ​ການ​ປ້​ອງກັນ​ຄວາມ​ສະຫງົບດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ.

        ນອກຈາກ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນຄັ້ງທີ 26, ມາ​ເລ​ເຊຍ ກໍ່​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ຄັ້ງ​ທີ 27 ​ແຕ່​ວັນ​ທີ 19 – 21/11/2015 ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ​ກັບ 7 ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ, ​ໃນ​ນັ້ນ​ມີ​ຍີ່ປຸ່ນ, ຈີນ, ອິນ​ເດຍ ​ແລະ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ