ມື້ເຮັດວຽກທີ່ 2 ຂອງກອງປະຊຸມ ໃຫ່ຍຄະນະບໍລິຫານງານ ສູນກາງພັກຄັ້ງທີ 8 ຊຸດທີ 11

ມື້ເຮັດວຽກທີ່ 2 ຂອງກອງປະຊຸມ ໃຫ່ຍຄະນະບໍລິຫານງານ ສູນກາງພັກຄັ້ງທີ 8 ຊຸດທີ 11 - ảnh 1

(ພາບ:thanhnien.com.vn )

(vovworld)- ​ໂດຍ​ປະຕິບັດ​ລາຍການ​ເຮັດ​ວຽກ​ຂອງກອງ​ປະຊຸມ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຄັ້ງທີ 8 ຊຸດ​ທີ 11 ຊື່​ງໄດ້​ໄຂ​ຂຶ້ນ​ຢ່າງເປັນ​ທາງ​ການ​ໃນ​ຕອນ​ເຊົ້າວັນ​ທີ 30/9/2013, ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ. ຕາມ​ລາຍການ, ກອງ​ປະຊຸມ​ຈັດ​ຂຶ້ນ​ແຕ່​ວັນ​ທີ 30/9-9/10/2013 ​ເພື່ອ​ປຶກສາ​ຫາລື, ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ: ການ​ສະຫລຸບ 10 ປີ​ແຫ່ງ​ການ​ປະຕິບັດ​ມະຕິສູນ​ກາງ​ພັກ​ຄັ້ງທີ 8 ຊຸດ​ທີ 11 ກ່ຽວ​ກັບ​ຍຸດ​ທະ​ສາດ​ການ​ປົກ​ປັກຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່; ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງໂດຍ​ພື້ນຖານ ​ແລະ ຮອບດ້ານ, ຕອບ​ສະໜອງ​ຄຳ​ຮຽກຮ້ອງ​ຕ້ອງການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໃນ​​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ​ຕາມ​ການ​ກຳນົດ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ; ສະພາບ​ເສດຖະ​ກິດ-​ສັງຄົມ, ການ​ເງິນ-​ງົບປະມານ​ແຫ່ງ​ລັດ​ປີ 2013; ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມ, ການ​ເງິນ-​ງົບປະມານ​ແຫ່ງ​ລັດ​ປີ 2014. ກອງ​ປະຊຸມ​ກໍ່​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ມະຕິສູນ​ກາງ​ພັກ​ຊຸດ​ທີ 11 ກ່ຽວ​ກັບເສດຖະ​ກິດ-​ສັງຄົມ, ຈຸດ​ສຸມ​ແມ່ນ​ການ​ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ການເຕີບ​ໂຕ. ກ​ອງປະຊຸມ​ກໍ່​ປຶກສາ​ຫາລື​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ; ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ໃນ​ພັກ; ສ້າງຕັ້ງບັນດາ​ອະນຸ​ກຳມະການ​ກະກຽມ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 12 ຂອ​ງ​ພັກ ​ແລະ ​ບັນຫາ​ສຳຄັນ​ອື່ນໆອີກ​ຈຳນວນ​ໜຶ່ງ.

ວັນ​ທີ 1/10, ບັນດາ​ຜູ້​ແທນ​ເຮັດ​ວຽກ​ຢູ່ຕາມໜ່ວຍ, ປຶ​ກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ສັງ​ລວມ 10 ປີ​ແຫ່ງ​ວັນ​ປະຕິບັດ​ມະຕິ​ສູນ​ກາງພັກ​ຄັ້ງ​ທີ 8 ຊຸດ​ທີ 11 ກ່ຽວ​ກັບຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່. ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ກອມ​ມູນິດ ຫວຽດນາມ ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຢູ່​ຫໍປະະ​ຊຸມ, ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ​ເນື້ອ​ໃນ​ດັ່ງກ່າວ. ​ໂດຍ​ຕ່າງ​ໜ້າ​ກົມ​ການ​ເມືອງ, ທ່ານ ​ເຈືອງ​ເຕີນ​ຊາງ, ກຳມະການ​ກົມ​ການ​ເມືອງ, ປະທານປະ​ເທ​ດ ຫວຽດນາມ ​ເປັນ​ປະທານ​ວາລະ​ປະຊຸມ.

 

ຂ່າວ/ບົດ​ອື່ນ