ມື້ເຮັດວຽກທີ 2 ຂອງກອງປະຊຸມຄະນະບໍລິຫານງານສູນກາງພັກສະໄໝທີ 12
(vovworld)- ວັນທີ 11/3 ຊຶ່ງແມ່ນມື້ເຮັດວຽກທີ 2 ຂອງກອງປະຊຸມຄະນະບໍລິຫານງານສູນກາງພັກສະໄໝທີ 12, ຕອນເຊົ້າ, ຄະນະບໍລິຫານງານສູນກາງພັກເຮັດວຽກຢູ່ຫໍປະຊຸມປຶກສາຫາລືແຜນພັດທະນາເສດຖະກິດສັງຄົມ, ແຜນການການເງິນ-ງົບປະມານແຫ່ງລັດ ແລະ ແຜນການລົງທຶນສາທາລະນະໄລຍະ 5 ປີ 2016 – 2020 ໂດຍພາຍໃຕ້ການເປັນປະທານຂອງ ທ່ານຫງວຽນຊວນຟຸກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີຫວຽດນາມ. ໃນຕອນບ່າຍຂອງວັນດຽວກັນ, ຄະນະບໍລິຫານງານສູນກາງພັກເຮັດວຽກຢູ່ຫໍປະຊຸມ. ທ່ານດິງເທ້ຮິງ ຜູ້ປະຈຳການຂະນະເລຂາທິການສູນກາງເປັນປະທານວາລະປະຊຸມ. ທ່ານຝ້າມມິນຈິງ, ຫົວຄະນະຈັດຕັ້ງສູນກາງພັກ ຂຶ້ນກ່າວບົດສະເໜີຂອງກົມການເມືອງກ່ຽວກັບການສະເໜີບຸກຄະລາກອນອອກສະໝັກເລືອກຕັ້ງສຳລັບຕຳແໜ່ງການນຳບັນດາອົງການແຫ່ງລັດເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດເລືອກຕັ້ງຫຼືໃຫ້ສັດຕະຍາບັນທີ່ກອງປະຊຸມເທື່ອທີ 11 ສະພາແຫ່ງຊາດຫວຽດນາມຊຸດທີ 13 .