ຢັ້ງ​ຢືນ​ບົດ​ບາດ​ຂອງ​ອົງ​ການ​ປ້ອງ​ກັນ​ຊາດ ອາ​ຊຽນ ໃນ​ການ​​ຊ່ວຍ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ​ສາ​ຊາຍ​ແດນ

(VOVWORLD) -  ກອງປະຊຸມສຳມະນາກ່ຽວກັບບົດບາດຂອງອົງການປ້ອງກັນຊາດ ອາຊຽນ ໃນການຊ່ວຍຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ໂດຍກະຊວງປ້ອງກັນປະເທດ ໄທ ເປັນເຈົ້າພາບຈັດຕັ້ງໃນວັນທີ 04 ສິງຫາ, ຕາມຮູບການທາງໄກ, ເຊິ່ງມີການເຂົ້າຮ່ວມຂອງຜູ້ຕາງໜ້າອົງການປ້ອງກັນຊາດບັນດາປະເທດສະມາຊິກ ອາຊຽນ.
ຢັ້ງ​ຢືນ​ບົດ​ບາດ​ຂອງ​ອົງ​ການ​ປ້ອງ​ກັນ​ຊາດ ອາ​ຊຽນ ໃນ​ການ​​ຊ່ວຍ​ຄຸ້ມ​ຄອງ ແລະ ປົກ​ປັກ​ຮັກ​ສາ​ຊາຍ​ແດນ - ảnh 1ກອງປະຊຸມສຳມະນາກ່ຽວກັບບົດບາດຂອງອົງການປ້ອງກັນຊາດ ອາຊຽນ ໃນການຊ່ວຍຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ (ພາບ: qdnd.vn)

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພັນເອກ ເຈິ່ນນາມຈູງ, ຮອງຫົວໜ້າເສນາທິການ ທະຫານປ້ອງກັນຊາຍແດນ ເປັນຫົວໜ້າຄະນະ, ເຂົ້າຮ່ວມກອງປະຊຸມສຳມະນາ. ທ່ານພັນເອກ ເຈິ່ນນາມຈູງ ເນັ້ນໜັກວ່າ ການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ໃນໂລກ ແລະ ພາກພື້ນ ຈະສືບຕໍ່ມີການຜັນແປຢ່າງສັບສົນ ແລະ ແກ່ຍາວ ສົ່ງຜົນກະທົບທີ່ບໍ່ດີຕໍ່ຫຼາຍດ້ານຂອງຊີວິດສັງຄົມ, ໃນນັ້ນ ມີວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ. ດັ່ງນັ້ນ, ກອງທັບບັນດາປະເທດ ອາຊຽນ ຄວນເພີ່ມທະວີບົດບາດແກ່ນສານ, ປະຈັນບານ, ນຳພາໃຫ້ຫຼາຍກວ່າອີກ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມ ຄວບຄຸມ, ສະກັດກັ້ນໂລກລະບາດ; ພ້ອມທັງເພີ່ມທະວີການຮ່ວມມືສາກົນ, ໃນນັ້ນ ເອົາໃຈໃສ່ເຖິງວຽກງານສົມທົບກັນ, ແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນປະສົບການ ແລະ ຂໍ້ລິເລີ່ມທີ່ດີ, ມີປະສິດທິຜົນ ແນໃສ່ຍົກສູງກຳລັງຄວາມສາມາດຮັບມືກັບບັນດາບັນຫາປ້ອງກັນຄວາມສະຫງົບແບບໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ