ຢັ່ງຫາງສຽງກ່ອນການເລືອກຕັ້ງຢູ່ຢູແກຼນ:ກຸ່ມPetro Poroshenkoນຳໜ້າ
ປະທານາທິບໍດີ ຢູແກຼນ Petro Poroshenko
(vovworld) – 2, 3 ວັນກ່ອນທີ່ດຳເນີນການເລືອກຕັ້ງສະພາແຫ່ງຊາດກ່ອນກຳນົດເວລາຢູ່ ຢູແກຼນ (ວັນທີ 26/10), ກອງທຶນ “ບັນດາຂໍ້ລິເລີ່ມປະຊາທິປະໄຕ” ທີ່ມີຊື່ວ່າ Ilka Kucheriv ໄດ້ດຳເນີນການຢັ່ງຫາງສຽງ, ຕາມນັ້ນແລ້ວ 7 ພັກການເມືອງຈະມີຜູ້ຕາງໜ້າໃນສະພາແຫ່ງຊາດ (Verkhovna Rada) ໃໝ່ຂອງຢູແກຼນ. ຜູ້ອຳນວຍການກອງທຶນດັ່ງກ່າວ, ທ່ານນາງ Irina Bekeshkina ໃຫ້ຮູ້ວ່າ “ກຸ່ມ Petro Poroshenko” ໄດ້ຮັບບັດສະໜັບສະໜູນຫຼາຍທີ່ສຸດຖ້າຫາກການເລືອກຕັ້ງຈັດຂຶ້ນໃນຈຸດເວລານີ້. ຕາມໝາກຜົນຂອງການຢັ່ງຫາງສຽງແລ້ວ, ປະຈຸບັນ, 1/3 ຈຳນວນຜູ້ມີສິດເລືອກຕັ້ງຍັງບໍ່ທັນຢັ້ງຢືນວ່າຈະໄປປ່ອນບັດຫຼືບໍ່. 30,4% ຜູ້ມີສິດເລືອກຕັ້ງຈະໄປປ່ອນບັດເລືອກຕັ້ງເຂົາເຈົ້າເວົ້າວ່າພ້ອມແລ້ວທີ່ປ່ອນບັດໃຫ້ກຸ່ມ Poroshenko, ຖັດຈາກນັ້ນແມ່ນ ພັກຂອງທ່ານ Oleg Lyashko ດ້ວຍຜູ້ສະໜັບສະໜູນກວມ 12,9%.