ຢືນຢັນຄືນໃໝ່ບົດບາດຂອງ ຫວຽດນາມ ໃນການຮັບປະກັນຄວາມໝັ້ນຄົງຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -ການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິນຈິງ ໄດ້ບັນລຸຜົນສຳເລັດ ແລະ ມີລັກສະນະບາດລ້ຽວ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມື, ລວມທັງການພົວພັນລະຫວ່າງ ອາຊຽນ - ອາເມລິກາ
ຢືນຢັນຄືນໃໝ່ບົດບາດຂອງ ຫວຽດນາມ ໃນການຮັບປະກັນຄວາມໝັ້ນຄົງຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິນຈິງ)

ໜັງສືພິມ Economic Times ຫາກໍ່ລົງພິມບົດວິຈານກ່ຽວກັບການເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອາເມລິກາ, ການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແລະ ສະຫະປະຊາຊາດ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ, ຕີລາຄາການຢ້ຽມຢາມ ເພື່ອແນໃສ່ຢືນຢັນຄືນໃໝ່ບົດບາດຂອງ ອາຊຽນ ໃນການຮັບປະກັນໝັ້ນຄົງຢູ່ ອາຊີຕາເວັນອອກສ່ຽງໃຕ້.

        ຕາມບົດຂຽນແລ້ວ, ການຢ້ຽມຢາມ ອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມິນຈິງ ໄດ້ບັນລຸຜົນສຳເລັດ ແລະ ມີລັກສະນະບາດລ້ຽວ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມື, ລວມທັງການພົວພັນລະຫວ່າງ ອາຊຽນ - ອາເມລິກາ ເຊິ່ງໄດ້ຮັບການຕີລາວ່າ ແມ່ນສວມບົດບາດສຳຄັນໃນສັນຕິພາບ ແລະ ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງໃຕ້. ຕາມຜູ້ຂຽນແລ້ວ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນທີ່ຕັ້ງຫຼັກແຫຼ່ງຂອງ ຫວຽດນາມ ໃນການກຳນົດການພົວພັນລະຫວ່າງ ອາຊຽນ - ອາເມລິກາ.

        ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ, ບົດຂຽນໄດ້ເນັ້ນໜັກວ່າ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສືບຕໍ່ເປີດແງ່ຫວັງໃຫ້ແກ່ການພົວພັນ 2 ຝ່າຍ. ຫວຽດນາມ ຢືດໝັ້ນເສັ້ນທາງການຕ່າງປະເທດເອກະລາດ, ສັນຕິພາບ, ຮ່ວມມື ແລະ ພັດທະນາ. ຫວຽດນາມ ປາດຖະໜາຢາກຫັນບັນດາການພົວພັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຊົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ