ຣູມານີ:ການແຫ່ຂະບວນຄັດຄ້ານຄວາມຜິດພາດໃນການເລືອກຕັ້ງປະທານາທິບໍດີ
ການເລືອກຕັ້ງປະທານາທິບໍດີຮອບທີ 1ຢູ່ຣູມານີ
(ພາບອິນເຕີແນດ)
(vovworld) - ວັນທີ 8/11, ມີປະຊາຊົນປະມານ 10.000 ຄົນໄດ້ລົງຖະໜົນແຫ່ຂະບວນປະທ້ວງຢູ່ຮູມານີ ເພື່ອຄັດຄ້ານລັດຖະບານຈຳກັດສິດປ່ອນບັດຂອງພົນລະເມືອງທີ່ດຳລົງຊີວິດຢູ່ຕ່າງປະເທດ ໃນການເລືອກຕັ້ງປະທານາທິບໍດີຮອບທີ 1 ໃນວັນທີ 2/11 ຜ່ານມາ, ເພື່ອແນໃສ່ຮຽກຮ້ອງລັດຖະບານບໍ່ຄວນມີການກະທຳທີ່ຜິດພາດຄືໃນການເລືອກຕັ້ງຮອບທີ 1 ເຊິ່ງເຮັດໃຫ້ຜູ້ມີສິດເລືອກຕັ້ງນັບພັນຄົນບໍ່ໄດ້ປະຕິບັດສິດພົນລະເມືອງຂອງຕົນ. ປະທານາທິບໍດີຜູ້ໃກ້ຈະໝົດອາຍຸການ Traian Basescu ໄດ້ຮຽກຮ້ອງລັດຖະມົນຕີວ່າການກະຊວງການຕ່າງປະເທດ Titus Corlatea ລາອອກຈາກຕຳແໜ່ງ, ເຖິງວ່າທ່ານຜູ້ນີ້ໄດ້ໃຫ້ຄຳໝັ້ນສັນຍາປັບປຸງວຽກງານຈັດຕັ້ງການເລືອກຕັ້ງປະທານາທິບໍດີ 2 ຮອບ, ເຊິ່ງຄາດວ່າຈະດຳເນີນໃນວັນທີ 16/11 ຈະມາເຖິງ.