ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໂຄງການNewtonຫວຽດນາມ

ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໂຄງການNewtonຫວຽດນາມ - ảnh 1
ທ່ານ​ຫງວຽນກວນ ແລະ ທ່ານ​ Giles Lever ລົງນາມໃນ​ບົດ​ບັນ
ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໂຄງການ Newton ຫວຽດນາມ
(ພາບ:Lê Văn)

(vovworld) – ວັນ​ທີ 3/6, ຢູ່ ຮ່າ​ໂນ້ຍ,​ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມ ຫງວຽນກວນ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ອັງກິດ ປະຈຳ ຫວຽດນາມ Giles Lever ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ຂັ້ນ​ລັດຖະບານ ກ່ຽວ​ກັບ​ການ​ຮ່ວມ​ມື​ຄົ້ນ​ຄ້ວາ ​ແລະ ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງ ຫວຽດນາມ-​ລາຊະ​ອານາຈັກ​ອັງກິດ (ໂຄງການ Newton ຫວຽດນາມ). ທີ່​ພິທີ​ລົງ​ນາມ, ທ່ານ​ລັດຖະມົນຕີ ຫງວຽນ​ກວນ ​ເນັ້ນ​ໜັກ​ວ່າ: ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ສະ​ແດງ​ໃຫ້​ເຫັນ​ຈຸດ​ສຸມ​​ໃນ​ການ​ຮ່ວມ​ມື​ວິທະຍາສາດ ​ແລະ ​ເຕັກນິກ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ປະກອບສ່ວນ​ຊຸກຍູ້​ລະດັບ​ເຕີບ​ໂຕດ້ານ​ສັງຄົມຂອງ​ແຕ່ລະ​ປະ​ເທດ. ຜ່ານໂຄງການ Newton, ລາຊະ​ອານາຈັກ​ອັງກິດ ຈະ​ໜູນ​ຊ່ວຍ, ​ແບ່ງປັນ​ກັບ ຫວຽດນາມ ບົດຮຽນ ​ແລະ ຜົນສຳ​ເລັດ​ຂອງ​ຕົນ​ໃນ​ການ​ນຳ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ ​ແລະ ປ່ຽນ​ໃໝ່​ຫົວຄິດ​ປະດິດ​ສ້າງ​ກາຍ​ເປັນກຳລັງ​ໜູນ​ພັດທະນາ​ເສດຖະກິດ-​ສັງຄົມ.

    ໂຄງການ Newton ຫວຽດນາມ ອຸປະຖຳ​ໃຫ້​ບັນດາ​ນັກວິທະຍາສາດ, ນັກ​ຄົ້ນ​ຄ້ວາ, ພະນັກງານ​ຄຸ້ມ​ຄອງ​ວິທະຍາສາດ ​ແລະ ວິ​ສາ​ຫະກິດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ 2 ປະ​ເທດ ຫວຽດນາມ ​ແລະ ລາຊະ​ອານາຈັກ​ອັງກິດ.

ຂ່າວ/ບົດ​ອື່ນ