ລັດ Bremen ຂອງສາທາລະນະລັດສະຫະພັນເຢຍລະມັນ ຊຸກຍູ້ການລົງທຶນເຂົ້າໃນ ປະເທດຫວຽດນາມ

(VOVWORLD) -ວັນທີ 17/5, ລັດ Bremen ຂອງສາທາລະນະລັດສະຫະພັນເຢຍລະມັນ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບໂອກາດລົງທຶນເຂົ້າ ຫວຽດນາມ ດ້ວຍຫົວຂໍ້ “ຫວຽດນາມ-ຕະຫຼາດໃນອານາຄົດຂອງເສດຖະກິດ Bremen”. 

ລັດ Bremen ຂອງສາທາລະນະລັດສະຫະພັນເຢຍລະມັນ ຊຸກຍູ້ການລົງທຶນເຂົ້າໃນ ປະເທດຫວຽດນາມ - ảnh 1 ລັດ Bremen ຂອງສາທາລະນະລັດສະຫະພັນເຢຍລະມັນ

ຊຸກຍູ້ການລົງທຶນເຂົ້າໃນ ປະເທດຫວຽດນາມ

(ພາບ: TTXVN)

ບັນດາບົດປະກອບຄຳເຫັນກໍ່ຄືບັນດາຄຳເຫັນປຶສາໂຕະມົນ ໂດຍຜູ້ຊ່ຽວຊານເສດຖະກິດ ຂອງລັດ Bremen ແລະ ຜູ້ແທນລາຍງານຢູ່ກອງປະຊຸມສຳມະນາ ລ້ວນແຕ່ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງຫວຽດນາມ ລວມທັງ ໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ ແລະ ບັນດາເງື່ອນໄຂໜູນຊ່ງຍການລົງທຶນອື່ນ. ລັດ Bremen ແລະ ຫວຽດນາມ ມີຫຼາຍໂອກາດຮ່ວມມືໃນບັນດາຂົງເຂດການຄ້າ, ເຕັກໂນໂລຊີສູງ, ພະລັງງານຜະລິດຄືນໃໝ່, ທ່າທະເລ ແລະ ກໍ່ສ້າງວິຊາຊີບ.

    ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ດວ່ານຊວັນຮືງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສາທາລະນະລັດສະຫະພັນເຢຍລະມັນ, ໄດ້ແບ່ງປັນບາງຈຸດຕົ້ນຕໍກ່ຽວກັບສະພາບການເມືອງ, ເສດຖະກິດຂອງຫວຽດນາມ, ການຮ່ວມມືຫວຽດນາມ-ເຢຍລະມັນ ໃນຂົງເຂດເສດຖະກິດ-ການຄ້າ. ທ່ານ ດວ່ານຊວັນຮືງ ເອກອັກຄະລັດຖະທູດຫວຽດນາມ ຖືວ່າການຮ່ວມມືເສດຖະກິດ-ການຄ້າ ລະຫວ່າງ ສອງປະເທດ ມີການພັດທະນາຢ່າງຕັ້ງໜ້າແຕ່ຄວາມສາມາດບົ່ມຊ້ອນຍັງມີຫຼາຍຢູ່, ຄວນໄດ້ຮັບການຂຸດຄົ້ນ. ທ່ານ ເອເອັກຄະລັດຖະທູດຫວຽດນາມ ກໍ່ຕີລາຄາສູງຄວາມຕັດສິນໃຈຂອງ ລັດ Bremen ໃນວຽກງານຊຸກຍູ້ການຮ່ວມມືດ້ານເສດຖະກິດກັບຫວຽດນາມກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ