ລັດ Queensland, ອົດ​ສະ​ຕາ​ລີ ໃຫ້​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

(VOVWORLD) - ບັນດາການນຳ Queensland ລ້ວນແຕ່ສະແດງຄວາມດີໃຈຕໍ່ເລື່ອງສອງຝ່າຍມີແຜນການຜັນຂະຫຍາຍເສັ້ນທາງການບິນໂດຍກົງທຳອິດລະຫວ່າງເມືອງເອກ Brisbane ແລະ ນະຄອນໂຮ່ຈີມິນ ໃນເດືອນມິຖຸນາຈະມາເຖິງ
ລັດ Queensland, ອົດ​ສະ​ຕາ​ລີ ໃຫ້​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງ ແລະ ພັນລະຍາເຂົ້າຢ້ຽມຂ່ຳນັບທ່ານ Jeannette Young ຜູ້ວ່າການລັດ Queensland

ໃນລະຫວ່າງວັນທີ 22 - 25 ພຶດສະພາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັງ ໄດ້ໄປຢ້ຽມຢາມລັດ Queensland ຕາມຄຳເຊື້ອເຊີນຂອງການນຳລັດ. ໃນໄລຍະໄປຢ້ຽມຢາມ, ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງ Jeannette Young ຜູ້ວ່າການລັດ Queensland, ພົບປະກັບທ່ານ Cameron Dick ລັດຖະມົນຕີກະຊວງງົບປະມານ, ການຄ້າ ແລະ ການລົງທຶນລັດ Queensland, ທ່ານ Mark Furner ລັດຖະມົນຕີກະຊວງກະສິກຳ ແລະ ຊົນນະບົດ ລັດ Queensland  ແລະ ທ່ານ Stirling Hinchliffe ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາລັດ Queensland. ທີ່ການພົບປະ, ບັນດາການນຳລັດ Queensland ໄດ້ເນັ້ນໜັກວ່າ Queensland ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າຢູ່ ພາກພື້ນ, ພ້ອມທັງຢັ້ງຢືນຄວາມຕັດສິນໃຈຜັນຂະຫຍາຍຍຸດທະສາດໃໝ່ຢ່າງຄົບຊຸດ, ຮອບດ້ານໃນໄລຍະຈະມາເຖິງ. ບັນດາການນຳ Queensland ລ້ວນແຕ່ສະແດງຄວາມດີໃຈຕໍ່ເລື່ອງສອງຝ່າຍມີແຜນການຜັນຂະຫຍາຍເສັ້ນທາງການບິນໂດຍກົງທຳອິດລະຫວ່າງເມືອງເອກ Brisbane ແລະ ນະຄອນໂຮ່ຈີມິນ ໃນເດືອນມິຖຸນາຈະມາເຖິງ, ຖືນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ສ້າງການກະຕຸກຊຸກຍູ້ໃຫ້ແກ່ການຮ່ວມມື, ພົບປະແລກປ່ຽນປະຊາຊົນລະຫວ່າງ ລັດ Queensland ແລະ ຫວຽດນາມ.

ທ່ານ ເອກອັກຄະລັດຖະທູດ ຫງວຽນເຕິດແທັງ ສະແດງຄວາມຊົມເຊີຍ ຕໍ່ເລື່ອງ ລັດ Queensland ຖືເປັນສຳຄັນຖານະບົດບາດຂອງ ຫວຽດນາມ ຢູ່ພາກພື້ນ ກໍ່ຄືການກຳນົດທິດຂອງລັດ ໃຫ້ບຸລິມະສິດການຮ່ວມມືກັບ ຫວຽດນາມ. ທ່ານເອກອັກຄະລັດຖະທູດ ກໍ່ເນັ້ນໜັກ ບັນດາຈຸດທີ່ຄ້າຍຄືກັນເຊິ່ງສອງຝ່າຍໄດ້ຕັ້ງໜ້າຂຸດຄົ້ນ, ເປັນຕົ້ນແມ່ນກ່ຽວກັບເສດຖະກິດ, ຊັບພະຍາກອນ ແລະ ແຫຼ່ງຊັບພະຍາກອນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ