ລັດຖະບານ ລີ​ບັງ ຖະ​ແຫຼງລາ​ອອກ​ຈາກ​ຕໍາ​ແໜ່່ງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ລີບັງ Hassan Diab ສະໜັບສະໜູນຄໍາຮຽກຮ້ອງຂອງປະຊາຊົນ ລີບັງ ເພື່ອໃຫ້ບຸກຄົນທີ່ມີຄວາມຮັບຜິດຊອບກ່ຽວກັບ “ໂທດກໍານີ້” ຖືກນໍາມາພິພາກສາ.
ລັດຖະບານ ລີ​ບັງ ຖະ​ແຫຼງລາ​ອອກ​ຈາກ​ຕໍາ​ແໜ່່ງ - ảnh 1ທ່ານນາຍົກລັດຖະມົນຕີ ລີບັງ Hassan Diab (ພາບ: REUTERS)

        ກ່າວຄໍາເຫັນຜ່ານຊ່ອງໂທລະພາບໃນວັນທີ 10 ສິງຫາ, ທ່ານນາຍົກລັດຖະມົນຕີ ລີບັງ Hassan Diab ໄດ້ຖະແຫຼງກ່ຽວກັບເລື່ອງລາອອກຈາກຕໍາແໜ່່ງຂອງລັດຖະບານ ໂດຍທ່ານນໍາໜ້າ. ຕາມທ່ານນາຍົກລັດຖະມົນຕີ Diab ແລ້ວ, ເຫດລະເບີດຢູ່ທ່າກໍ່າປັ່ນ Beirut ໄດ້ມ້າງເພທໍາລາຍນະຄອນຫຼວງ ແລະ ກໍ່ຄວາມໂກດແຄ້ນໃນຫາງສຽງ ແມ່ນໝາກຜົນຂອງໄພສໍ້ລາດບັງຫຼວງກະຈາຍໃນວົງກວ້າງ. ທ່ານນາຍົກລັດຖະມົນຕີ Diab ໃຫ້ຮູ້ວ່າ ທ່ານ ສະໜັບສະໜູນຄໍາຮຽກຮ້ອງຂອງປະຊາຊົນ ລີບັງ ເພື່ອໃຫ້ບຸກຄົນທີ່ມີຄວາມຮັບຜິດຊອບກ່ຽວກັບ “ໂທດກໍານີ້” ຖືກນໍາມາພິພາກສາ.

        ທ່ານປະທານາທິບໍດີ ລີບັງ Michel Aoun  ໄດ້ຮັບຮອງເລື່ອງລາອອກຈາກຕໍາແໜ່ງຂອງລັດຖະບານ ໂດຍທ່ານນາຍົກລັດຖະມົນຕີ Diab ນໍາໜ້າ, ພ້ອມທັງຮຽກຮ້ອງໃຫ້ລັດຖະບານຂອງທ່່ານ Diab ສືບຕໍ່ດໍາລົງບົດບາດຈົນເຖິງເມື່ອລັດຖະບານໃໝ່ໄດ້ຮັບການສ້າງຕັ້ງ.

        ກ່ອນໜ້ານັ້ນ, ລັດຖະມົນຕີກະຊວງຕ່າງໆກໍໄດ້ລາອອກຈາກຕໍາແໜ່ງເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ