ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກ, ຮັບປະກັນລັກສະນະສະເໝີພາບລະຫວ່າງບັນດານັກລົງທຶນ

(VOVWORLD) - ຕອນເຊົ້າວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Yoshinori Katayama - ຮອງປະທານກຸ່ມບໍລິສັດ Mitsubishi ( ປະເທດ ຍີ່ປຸ່ນ), ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ້ງ ໄດ້ຮັບຮູ້ ແລະ ຕີລາຄາສູງຄວາມານະພະຍາຍາມຂອງ ບັນດານັກລົງທຶນ ຍີ່ປຸ່ນ ຢູ່ ຫວຽດນາມ. 
ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກ, ຮັບປະກັນລັກສະນະສະເໝີພາບລະຫວ່າງບັນດານັກລົງທຶນ - ảnh 1 ທ່ານ Yoshinori Katayama ແລະ ທ່ານ ຈິ້ງດີ່ງຢູ້ງ

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສ້າງທຸກເງື່ອນໄຂສົ່ງເສີມບັນດານັກລົງທຶນໝູນໃຊ້ບັນດາເຕັກໂນໂລຢີທັນສະໄໝ, ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນລັກສະນະສະເໝີຕົ້ນສະເໝີປາຍລະຫວ່າງບັນດານັກລົງທຶນ.

        ສ່ວນທ່ານ Yoshinori Katayama - ຮອງປະທານກຸ່ມບໍລິສັດ Mitsubishi ໄດ້ຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່, ການສ້າງເງື່ອນໄຂຂອງລັດຖະບານ ຫວຽດນາມ ໃນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຊ່ວຍຝ່າຍຕ່າງໆ ທີ່ກ່ຽວຂ້ອງຍູ້ໄວຄວາມຄືບໜ້າໃນການເຈລະຈາ ເພື່ອແນໃສ່ສ້າງຂໍ້ຕົກລົງ, ຜັນຂະຫຍາຍການກໍ່ສ້າງ ແລະ ນຳໂຮງງານໄຟຟ້າໃຊ້ພະລັງງານຄວາມຮ້ອນ ຫວູງອ້າງ 2 ເຂົ້າເຄື່ອນໄຫວໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ