ລັດ​ຖະ​ບານ​ ຫວຽດ​ນາມ ຮ​່ວມ​ເດີນ​ທາງ, ໜູນ​ຊ່ວຍ​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) -ຄວາມສາມັກຄີ, ການຮ່ວມມື, ຮ່ວມແຮງຮ່ວມໃຈ ແລະ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດແມ່ນເງື່ອນໄຂຈຳເປັນເພື່ອຮັບປະກັນການເຕີບໂຕແບບກວມລວມ ແລະ ພັດທະນາແບບຍືນຍົງ. 

        ເວທີປາໄສສຸດຍອດ ອາຊຽນ ກ່ຽວກັບການຮ່ວມມືອະນຸພາກພື້ນເພື່ອການເຕີບໂຕແບບກວມລວມ ແລະ ພັດທະນາແບບຍືນຍົງ ຖືກດຳເນີນໃນຕອນເຊົ້າວັນທີ 30 ພະຈິກ ຕາມຮູບການທາງໄກ.

ລັດ​ຖະ​ບານ​ ຫວຽດ​ນາມ ຮ​່ວມ​ເດີນ​ທາງ, ໜູນ​ຊ່ວຍ​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ

  ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ຄວາມສາມັກຄີ, ການຮ່ວມມື, ຮ່ວມແຮງຮ່ວມໃຈ ແລະ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດແມ່ນເງື່ອນໄຂຈຳເປັນເພື່ອຮັບປະກັນການເຕີບໂຕແບບກວມລວມ ແລະ ພັດທະນາແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ:

        “ເພີ່ມທະວີການເຊື່ອມຕໍ່ໃນອະນຸພາກພື້ນເພື່ອຮັດແຄບໄລຍະຫ່າງພັດທະນາ, ໂດຍສະເພາະແມ່ນໂຄງລ່າງຍຸດທະສາດ, ການເຊື່ອມໂຍງເສດຖະກິດ, ຫັນເປັນດີຈີຕອນ, ຍູ້ແຮງການແລກປ່ຽນວັດທະນະທຳ ແລະ ການພົວພັນລະຫວ່າງປະຊາຊົນ, ສ້າງເງື່ອນໄຂສະດວກແກ່ການໄປມາຫາສູ່ຂອງປະຊາຊົນ ແລະ ການຈໍລະຈອນສິນຄ້າສ້າງຄວາມຜູກພັນລະຫວ່າງບັນດາເຂດຫ່າງໄກສອກຫຼີກໃນອະນຸພາກພື້ນກັບຕົວເມືອງ, ສູນເສດຖະກິດໃຫຍ່ຂອງແຕ່ລະປະເທດ ແລະ ພາກພື້ນ. ຫວຽດນາມ ສະເໜີໃຫ້ບັນດາໂຄງການຮ່ວມມືລະດັບພາກພື້ນຂອງ ອາຊຽນ, ກໍຄື ໝາກຜົນການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ຄວນໄດ້ຮັບການແຜ່ຂະຫຍາຍໄປສູ່ບັນດາອະນຸພາກພື້ນ ແລະ ມີການຜູກພັນຢ່າງກົມກ່ຽວດ້ວຍຄວາມມານະພະຍາຍາມຮ່ວມມືໃນຂອບເຂດອະນຸພາກພື້ນ. ພ້ອມດຽວກັນນັ້ນ ສົ່ງເສີມປະຊາຄົມວິສາຫະກິດເພີ່ມທະວີການລົງທຶນເຂົ້າໃນບັນດາຂົງເຂດໃຫ້ເໝາະສົມ”.

ລັດ​ຖະ​ບານ​ ຫວຽດ​ນາມ ຮ​່ວມ​ເດີນ​ທາງ, ໜູນ​ຊ່ວຍ​ການ​ຮ່ວມ​ມື​ອະ​ນຸ​ພາກ​ພື້ນ ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາຜູ້ແທນ ເຂົ້າຮ່ວມເວທີປາໄສ 

        ເວທີປາໄສດຳເນີນເປັນສອງວາລະ. ວາລະທຳອິດ ມີຫົວຂໍ້ “ຊຸກຍູ້ການຮ່ວມມື ອະນຸພາກພື້ນໃນ ອາຊຽນ ມຸ່ງໄປເຖິງການຟື້ນຟູ”. ວາລະທີສອງມີຫົວຂໍ້ “ເພີ່ມທະວີການພົວພັນລະຫວ່າງ ອາຊຽນ ກັບຄູ່ຮ່ວມມື, ບັນດາຝ່າຍທີ່ກ່ຽວຂ້ອງໃນການພັດທະນາອະນຸພາກພື້ນ ແລະ ຮັດແຄບໄລຍະຫ່າງພັດທະນາ.”

ຕອບກັບ

ຂ່າວ/ບົດ​ອື່ນ