ລັດຖະບານຈັດກອງປະຊຸມນັດສາມັນປະຈຳເດີອນ 5

ລັດຖະບານຈັດກອງປະຊຸມນັດສາມັນປະຈຳເດີອນ 5 - ảnh 1
ວາລະ​ປະຊຸມ​ຂອງ​ລັດຖະບານ​ປະຈຳ​ເດືອນ 5
(ພາບ: chinhphu.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 26/5, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ຢຸງ ​ໄດ້​ເປັນ​ປະທານ​ວາລະ​ປະຊຸມ​ຂອງ​ລັດຖະບານ​ປະຈຳ​ເດືອນ 5, ຕີ​ລາຄາ​ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ​ເດືອນ 5 ​ແລະ ​ໃນ 5 ​ເດືອນ​ຕົ້ນ​ປີ 2013; ​ສຸມ​ໃສ່​ໝາກຜົນ​ແຫ່ງ​ການ​ປະຕິບັດ​ມະຕິ 01 ​ແລະ 02 ຂອງ​ລັດຖະບານ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຕົ້ນ​ຕໍ່​ໃນ​ການ​ຊີ້​ນຳ​ບໍລິຫານ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ບາງ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ, ໜູນ​ຊ່ວຍ​ຕະຫຼາດ, ​ແກ້​ໄຂ​ໜິ້​ເສຍ. ​ໃນ​ວາລະ​ປະຊຸມ​ຄັ້ງ​ນີ້, ລັດຖະບານ​ກໍ່​ພິຈາລະນາ ​ໃຫ້​ຄຳ​ເຫັນ ກ່ຽວ​ກັບ​ບາງ​ບັນຫາ​ສຳຄັນ​ອື່ນໆ. ຕາມ​ການ​ຕີ​ລາຄາ​ແລ້ວ, ​ໃນ 5 ​ເດືອນ​ຕົ້ນ​ປີ 2013, ​ເສດຖະກິດ​ມະຫາ​ພາກ​ໃນ​ເບື້ອງ​ຕົ້ນ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ, ຖືກ​ທິດ. ​ໄພ​ເງິນ​ເຟີ້​ສືບ​ຕໍ່​ຖືກ​ຄວບ​ຄູ​ມ, ດັດ​ສະ​ນີລາຄາ​ເດືອນ 5 ຫຼຸດ​ລົງ 0,06% ​ເມື່ອ​ທຽບ​ໃສ່​ເດືອນ 4. ການ​ສົ່ງ​ອອກ​ໃນ 5 ​ເດືອນຕົ້ນປີ​ສືບ​ຕໍ່​ຮັກສາ​ທ່າ​ເຕີບ​ໄຕ​ສູງ, ດ້ວຍ​ເກືອບ 50 ຕຶ້ USD, ​ເພີ່ມ​ຂຶ້ນກວ່າ 15% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ການ​ນຳ​ເຂົ້າ​ວັດຖຸ​ອຸປະກອນ​ຮັບ​ໃຊ້​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ ກໍ່​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ຄືນ​ໃໝ່.

ທີ່​ການ​ປະຊຸມ​ຂ່າວ​ນັດ​ສາມັນ​ເດືອນ 5/2013, ທ່ານ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຫວູດຶກ​ດາມ ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເລື່ອງ​ກຳນົດ​ທິດ​ບໍລິຫານ​ຂອງ​ລັດຖະບານ ຈະ​ສືບ​ຕໍ່​ຍືດໝັ້ນ​ຄາດໝາຍ​ໃຫຍ່​ທີ່​ໄດ້​ວາງ​ອອກ​ນັບ​ແຕ່​ຕົ້ນ​ປີ. ​ໃນ​ນັ້ນ, ມີບັນດາ​ນະ​ໂຍບາຍ, ​ແຜນ​ນະ​ໂຍບາຍ​ໄດ້​ຮັບ​ການ​ປະກາດ​ໃຊ້. ວຽກ​ງານ​ຕ້ອງ​ເຮັດ​ໃນ​ປະຈຸ​ບັນ ກໍ່​ຄື​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ການຈັດ​ຕັ້ງ​ປະຕິບັດ, ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເປັນ​ພິເສດ​ເຖິງ​ນະ​ໂຍບາຍ​​ໃຫຍ່ຈຳນວນ​ໜຶ່ງ ​ເຊິ່ງຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ.

ຂ່າວ/ບົດ​ອື່ນ