ລັດຖະບານຈັດຕັ້ງກອງປະຊຸມນັດສາມັນ

(VOVWORLD) - ໃນເດືອນ ຕຸລາ, ຫວຽດນາມ ດຶງດູດໄດ້ບັນດາໂຄງການລົງທຶນຈາກຕ່າງປະເທດ ດ້ວຍຈຳນວນເງິນທຶນຂຶ້ນເຖິງ 4,4 ຕື້ USD…
ລັດຖະບານຈັດຕັ້ງກອງປະຊຸມນັດສາມັນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP) 

  ວັນທີ 30 ຕຸລາ, ກ່າວຄຳເຫັນສະຫລຸບກອງປະຊຸມລັດຖະບານນັດສາມັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເປັນຕົ້ນແມ່ນບັນດາທ້ອງຖິ່ນປະສົບກັບຄວາມຫຍຸ້ງຍາກພາຍຫລັງຖືກນ້ຳຖ້ວມ, ພະຍຸ, ຈົ່ງສືບຕໍ່ສູ້ຊົນບືນຕົວຂຶ້ນ, ຜ່ານຜ່າຄວາມຫຍຸ້ງຍາກ, ມານະພະຍາຍາມຢ່າງສູງສຸດ ເພື່ອປະຕິບັດບັນດາໜ້າທີ່ວາງອອກ, ປະກອບສ່ວນເຂົ້າເປົ້າໝາຍລວມຂອງທົ່ວປະເທດ ໃຫ້ບັນລຸການເຕີບໂຕແຕ່ 2 – 3%.

        ກ່ຽວກັບສະພາບການເສດຖະກິດຢູ່ພາຍໃນປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນເດືອນ ຕຸລາ, ຫວຽດນາມ ດຶງດູດໄດ້ບັນດາໂຄງການລົງທຶນຈາກຕ່າງປະເທດ ດ້ວຍຈຳນວນເງິນທຶນຂຶ້ນເຖິງ 4,4 ຕື້ USD…ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີກໍ່ຍົກອອກບາງບັນຫາທີ່ຍັງຄົງຄ້າງຄວນເອົາໃສ່ໃຈຄື: ໂລກລະບາດ, ໄພທຳມະຊາດ, ຄວາມເຄັ່ງຕຶງດ້ານການຄ້າ…ທ່ານ ຫງວຽນຊວັນຟຸກ ໄດ້ຢັ້ງຢືນອີກຄັ້ງໜຶ່ງວ່າ ລັດຖະບານຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່ໃຫ້ປະສົບຜົນສຳເລັດກ່ວາອີກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຮຽກຮ້ອງໃຫ້ທຸກຂັ້ນ, ຂະແໜງການ ແລະ ປະຊາຊົນບໍ່ຄວນປະໝາດ, ລະເລີຍຕໍ່ໂລກລະບາດ, ສ້າງຄວາມສະດວກໃຫ້ແກ່ບັນດານັກຊ່ຽວຊານ, ນັກລົງທຶນ ແລະ ຮັບພົນລະເມືອງ ຫວຽດນາມ ກັບຄືນປະເທດ. ພ້ອມກັນນັ້ນ ແມ່ນຍູ້ໄວວິວັດການຟື້ນຟູເສດຖະກິດ, ສູ້ຊົນບັນລຸລະດັບການເຕີບໂຕໃຫ້ໄດ້ປະມານ 2,5 – 3%.

ຕອບກັບ

ຂ່າວ/ບົດ​ອື່ນ