ລັດ​ຖະ​ບານ​ຫວຽດ​ນາມ​ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ຈະ​ຮ່ວມ​ເດີນ​ທາງ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ວິ​ສາ​ຫະ​ກິດ FDI

(VOVWORLD) - ຕອນເຊົ້າວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານໂລກ ແລະ ອົງການການເງິນສາກົນ (IFC)  ໄດ້ ສົມທົບກັນຈັດຕັ້ງເວທີປາໄສວິສາຫະກິດຫວຽດນາມ (VBF) ທ້າຍປີ 2019 ດ້ວຍຫົວເລື່ອງ “ບົດບາດ ແລະ ການປະກອບສ່ວນຂອງປະຊາຄົມວິສາຫະກິດ FDI ໃນການພັດທະນາໄວ ແລະ ຍືນຍົງ”.
ລັດ​ຖະ​ບານ​ຫວຽດ​ນາມ​ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ​ຈະ​ຮ່ວມ​ເດີນ​ທາງ, ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ວິ​ສາ​ຫະ​ກິດ  FDI - ảnh 1

   ເຫດການດັ່ງກ່າວມີການເຂົ້າຮ່ວມຂອງຜູ້ຕາງໜ້າການນຳລັດຖະບານ, ບັນດາກະຊວງ, ຂະແໜງການ, ບັນດາສະຫະສະມາຄົມວິສາຫະກິດ ແລະ ປະຊາຄົມວິສາຫະກິດເປັນຈຳນວນຫຼວງຫຼາຍ.

   ກ່າວຄຳເຫັນຊີ້ນຳທີ່ເວທີປາໄສ  VBF 2019, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ເນັ້ນໜັກວ່າ: ດ້ວຍບົດບາດສຳຄັນ ແລະ ແມ່ນກຳລັງໜູນການເຕີບໂຕຊຸກຍູ້ພື້ນຖານເສດຖະກິດພັດທະນານັ້ນ, ເຂດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ FDI ໄດ້ປະກອບສ່ວນ 20% GDP ຂອງ ຫວຽດນາມ ໃນປີ 2019. ທ່ານຢືນຢັນວ່າ: ດ້ວຍແຜນນະໂຍບາຍລຸລ່ວງໃນຫຼາຍປີ, ລັດຖະບານຍາມໃດກໍ່ຮ່ວມເດີນທາງ, ຮ່ວມແຮງຮ່ວມໃຈພ້ອມກັບວິສາຫະກິດ. ເພື່ອພ້ອມກັບວິສາຫະກິດພັດທະນາໃນໄລຍະຈະມາເຖິງ, ລັດຖະບານ ຫວຽດນາມ ຈະສຸມໃສ່ແກ້ໄຂບາງບັນດາຫາຄື:

   ທີ 1 ແມ່ນຈະໃຫ້ບຸລິມະສິດລົງທຶນແກ່ການພັດທະນາ ລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ; ໜູນຊ່ວຍປະຊາຄົມວິສາຫະກິດ ມຸ່ງໄປເຖິງພື້ນຖານເສດຖະກິດທີ່ມີຫົວຄິດປະດິດສ້າງ, ປ່ຽນແປງໃໝ່ໃນການດຳເນີນທຸລະກິດ. ທີ 2 ແມ່ນ ຜັນຂະຫຍາຍບັນດາໂຄງການ, ແຜນການ ເພື່ອສົ່ງເສີມ, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດກະສິກຳ, ອຸດສາຫະກຳ ແລະ ການບໍລິການພ້ອມກັນພັດທະນາ. ທີ 3 ແມ່ນພັດທະນາ, ນຳໃຊ້ລັດຖະບານເອເລັກໂຕນິກຢ່າງມີປະສິດທິຜົນ, ສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ເພື່ອແນໃສ່ຮັບປະກັນຄວາມໂປ່ງໃສ, ສະດວກສະບາຍ, ເປັນປົກກະຕິ ແລະ ພັດທະນາແບບຍືນຍົງຂອງວິສາຫະກິດ.

   ທ່ານຮອງນາຍົກລັດຖະມົນຕີຫວັງວ່າ, ໃນໄລຍະຈະມາເຖິງ, ບັນດາກຸ່ມບໍລິສັດ ແລະ ວິສາຫະກິດ FDI ຈະເປັນກຳລັງພາທາງ, ນຳໜ້າໃຫ້ແກ່ການເຊື່ອມຕໍ່, ຊຸກຍູ້, ໜູນຊ່ວຍເຕັກໂນໂລຊີ, ເຕັກນິກ, ຖ່າຍຖອດເຕັກໂນໂລຊີໃຫ້ແກ່ບັນດາວິສາຫະກິດພາຍໃນປະເທດ. ທ່ານກ່າວວ່າ:

  ປະຊາຄົມວິສາຫະກິດແມ່ນກຳລັງໜູນທີ່ສຳຄັນ ເພື່ອຫັນຄວາມມຸ່ງມາດປາຖະໜາຢາກມີຄວາມຮຸ່ງເຮືອງສີວິໄລຂອງປະເທດຫວຽດນາມ ໃຫ້ປະກົດຜົນເປັນຈິງ. ໃນນັ້ນ, ລັດຖະບານສວມບົດບາດ ເປັນນັກສ້າງສັນໃນການພັດທະນາ. ຍາມໃດພວກຂ້າພະເຈົ້າ ກໍ່ຖືນັກລົງທຶນຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຂາດໄດ້ ຂອງພື້ນຖານເສດຖະກິດຫວຽດນາມ, ຖືບັນດານັກລົງທຶນຕ່າງປະເທດ ຢູ່ຫວຽດນາມ ແມ່ນພົນລະເມືອງທີ່ພວກຂ້າພະເຈົ້າ ຕ້ອງມີຄວາມຮັບຜິດຊອບໜູນຊ່ວຍ, ສ້າງທຸກເງື່ອນໄຂອຳນວຍຄວາມສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ