ລັດ​ຖະ​ບານ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຮຽກຮ້ອງໃຫ້ ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຕາມສິດອຳນາດຂອງຕົນ, ຮີບດ່ວນປະຕິບັດການພິຈາລະນາ, ປະຕິບັດການດັດປັບບລົງຄ່ານ້ຳສະອາດ ໃຫ້ແກ່ປະຊາຊົນ ແລະ ບັນດາເປົ້າໝາຍນຳໃຊ້ນ້ຳສະອາດທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19
ລັດ​ຖະ​ບານ​ໜູນ​ຊ່ວຍ​ປະ​ຊາ​ຊົນ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ລັດຖະບານຫຼຸດລົງລາຄາໄຟຟ້າໃຫ້ແກ່ປະຊາຊົນ (ພາບ: VOV)

ທ່ານນາຍົກລັດຖະມົນຕີ ໄດ້ເຫັນດີຫຼຸດລາຄາໄຟຟ້າລົງ ໃຫ້ແກ່ບັນດາລູກຄ້ານຳໃຊ້ໄຟຟ້າໃນຊີວິດປະຈຳວັນ ຢູ່ບັນດາແຂວງ, ນະຄອນພວມຕ້ອງປະຕິບັດການແຍກຫ່າງໃນສັງຄົມ ຕາມຄຳສັ່ງເລກທີ 16 ດ້ວຍການຫຼຸດ 10 – 15% ໃນ 2 ເດືອນ. ບັນດາຮາກຖານແຍກຫ່າງການແພດ ສຳລັບຜູ້ຕິດເຊື້ອ ຫຼືສົງໄສຕິດເຊື້ອພະຍາດໂຄວິດ - 19 ໄດ້ເກັບສ່ວນໜຶ່ງຄ່າໃຊ້ຈ່າຍຂອງຜູ້ພວມປະຕິບັດການແຍກຕົວທາງການແພດ ຈະໄດ້ຫຼຸດລາຄາໄຟຟ້າ 100%.

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ຮຽກຮ້ອງໃຫ້ ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຕາມສິດອຳນາດຂອງຕົນ, ຮີບດ່ວນປະຕິບັດການພິຈາລະນາ, ປະຕິບັດການດັດປັບບລົງຄ່ານ້ຳສະອາດ ໃຫ້ແກ່ປະຊາຊົນ ແລະ ບັນດາເປົ້າໝາຍນຳໃຊ້ນ້ຳສະອາດທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19, ພິເສດແມ່ນບັນດາສະຖານທີ່ພວມປະຕິບັດການແຍກຫ່າງໃນສັງຄົມຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ.

ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກໍ່ປະກອບຄຳເຫັນສະເໜີໃຫ້ກະຊວງຖະແຫຼງຂ່າວ ແລະ ການສື່ສານຊີ້ນຳບັນດາວິສາຫະກິດໂທລະຄົມມະນາຄົມ ພິຈາລະນາໂດຍໄວ ແລະ ຕັດສິນການດັດປັບຫຼຸດຄ່າບໍລິການ ເພື່ອໜູນຊ່ວຍໃຫ້ບັນດາລູກຄ້າທີ່ພວມນຳໃຊ້ການບໍລິການ, ພິເສດແມ່ນໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ແກ່ຍາວຄືໃນປັດຕຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ