ລັດຖະມົນຕີກະຊວງ ການຕ່າງປະເທດຫວຽດນາມ ຕ້ອນຮັບຜູ້ອຳນວຍການໃຫຍ່ FAO

ລັດຖະມົນຕີກະຊວງ       ການຕ່າງປະເທດຫວຽດນາມ ຕ້ອນຮັບຜູ້ອຳນວຍການໃຫຍ່ FAO - ảnh 1
ທ່ານຟ້າມບີ່ງມີນ ຕ້ອນຮັບ ທ່ານ Jose Graziano da Silva
ພາບ:vietnamplus.vn

(vovworld) - ຕອນ​ບ່າຍ​ວັນ​ທີ 14/3 ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງປະ​ເທດ, ທ່ານ ຟ້າ​ມບີ່​ງມີນ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Jose Graziano da Silva ຜູ້ອຳນວຍການ​ໃຫຍ່​ອົງການ​ອາຫານ ​ແລະ ການ​ກະ​ເສດ ຂອງ​ສະ​ຫະປະຊາ​ຊາດ FAO ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ FAO​ ພາກ​ພື້ນ​ອາຊີ ປາຊີ​ຟີ​ກ ຄັ້ງ​ທີ 31 ​ແຕ່​ວັນ​ທີ 12 - 16/03 ຢູ່ ຮ່າ​ໂ​ນ້ຍ. ທີ່​ການ​ຕ້ອນຮັບ,​ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີນສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ FAO ສືບ​ຕໍ່ຫນູນ​ຊ່ວຍ​ດ້ານ​ເຕັກນິກ ​ແລະ ທີ່​ປຶກສາ​ນະ​ໂຍບາຍ​ເພື່ອ​ໃຫ້​ຫວຽດນາມ​ປະຕິບັດ​ນະ​ໂຍບາຍ​ພັດທະນາ​ກະສິກຳ, ຊົນນະ​ບົດ ​ແລະ ຊາວ​ກະສິກອນ, ​ເອົາ​ໃຈ​ໃສ່​ເຖິງ​ຂົ​ງ​ເຂດ​ຈຳນວນ​ຫນຶ່ງ. ສ່ວນ​ທ່ານ​ຜູ້ອຳ​ນວຍ​ການ​ໃຫຍ່ FAO ຖື​ວ່າ​:ກອງ​ປະຊຸມດັ່ງກ່າວ​ຈະ​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ຊອກ​ຮູ້ ​ແລະ ​ເຫັນ​ປະຈັກ​ຕາ​ບັນດາ​ບົດຮຽນ​ຂອງ​ຫວຽດນາມ​ໃນ​ບັນດາ​ຂົງ​ເຂດ ​ແລະ ຢືນຢັນ ຈະ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ FAO ​ແລະ ຫວຽດນາມ ​ໃນ​ໄລ​ຍະ​ຈະມ​າ​ເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ