ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Mike Pompeo ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

(VOVWORLD) -ກ່ອນໜ້ານັ້ນໃນເດືອນກໍລະກົດ 2018, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Mike Pompeo ໄດ້ເລືອກເອົາຫວຽດນາມແມ່ນປະເທດໄປຢ້ຽມຢາມ ທຳອິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ນັບແຕ່ເວລາທ່ານຮັບດຳລົງຕຳແໜ່ງໃນເດືອນເມສາ 2018. 
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Mike Pompeo ຢ້ຽມ​ຢາມ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງແລະ ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ, ໃນວັນທີ 29 ຕຸລາ, ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດອາເມລິກາ ໄດ້ເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ, ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ອີກຄັ້ງໜຶ່ງໄດ້ຢັ້ງຢືນ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ພວມພັດທະນາຢ່າງດີງາມ ແລະ ຕັ້ງໜ້າ, ຫວຽດນາມສວມບົດບາດສຳຄັນໃນນະໂຍບາຍຂອງອາເມລິກາຢູ່ພາກພື້ນ.

ກ່ອນໜ້ານັ້ນໃນເດືອນກໍລະກົດ 2018, ທ່ານລັດຖະມົນຕີກະຊວງການຕ່າງປະເທດ Mike Pompeo ໄດ້ເລືອກເອົາຫວຽດນາມແມ່ນປະເທດໄປຢ້ຽມຢາມ ທຳອິດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ນັບແຕ່ເວລາທ່ານຮັບດຳລົງຕຳແໜ່ງໃນເດືອນເມສາ 2018. ນັບແຕ່ນັ້ນເປັນຕົ້ນມາ, ທີ່ບັນດາການໂອ້ລົມທາງໂທລະສັບກັບບັນດາການນຳຫວຽດນາມ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ຍາມໃດກໍ່ຢັ້ງຢືນວ່າ: “ໃນ25 ປີທີ່ຜ່ານມາ, ສອງປະເທດໄດ້ສ້າງການພົວພັນຄູ່ຮ່ວມມື ແລະ ນ້ຳໃຈໄມຕີຈິດມິດຕະພາບບົນພື້ນຖານການແບ່ງປັນຜົນປະໂຫຍດ, ເຄົາລົບນັບຖືເຊິ່ງກັນແລະກັນ. ນີ້ຈະແມ່ນພື້ນຖານເພື່ອໃຫ້ ຫວຽດນາມ - ອາເມລິກາ ມຸ່ງໄປສູ່ການຮ່ວມມືສ້າງສັ້ນໃນອະນາຄົດ”.

ຕອບກັບ

ຂ່າວ/ບົດ​ອື່ນ