ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ເຈລະຈາ ກັບລັດຖະມົນຕີກະຊວງພາຍໃນສາທາລະນະລັດ ລິດຕົວນີ

(VOVWORLD) -ສອງຝ່າຍດໍາເນີນການເຈລະຈາກ່່ຽວກັບສັນຍາຫຼີກລ້ຽງການເກັບພາສີຊ້ອນໂດຍໄວ; ຍູ້ແຮງການແລກປ່ຽນຄະນະຜູ້ແທນລະຫວ່າງຂັ້ນ, ຂະແໜງການ, ທ້ອງຖິ່ນຕ່າງໆ, ພົບປະແລກປ່ຽນປະຊາຊົນ ແລະ ແລກປ່ຽນວັດທະນະທໍາ

        ຕອນບ່າຍວັນທີ 22 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງຕໍາຫຼວດຫວຽດນາມ ໄດ້ຈັດຕັ້ງພິທີຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງພາຍໃນສາທາລະນະລັດ ລິດຕົວນີ ໂດຍທ່ານ Eimutis Misiunas, ລັດຖະມົນຕີກະຊວງພາຍໃນເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມຢ່າງເປັນທາງການ. ທ່ານພົນໂທ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ແລະ ທ່ານລັດຖະມົນຕີກະຊວງພາຍໃນ Eimutis Misiunas ໄດ້ດໍາເນີນການເຈລະຈາ.

ລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ເຈລະຈາ ກັບລັດຖະມົນຕີກະຊວງພາຍໃນສາທາລະນະລັດ ລິດຕົວນີ - ảnh 1 ພິທີຕ້ອນຮັບທ່ານທ່ານ Eimutis Misiunas, ລັດຖະມົນຕີກະຊວງພາຍລິດຕົວນີ (ພາບ:vov.vn)

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ຢັ້ງຢືນວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ ແລະ  ລິດຕົວນີ ນັບມື້ນັບພັດທະນາໃນຫຼາຍຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ, ສັງຄົມ... ທ່ານ ໂຕເລິມ ສະເໜີວ່າ ສອງຝ່າຍດໍາເນີນການເຈລະຈາກ່່ຽວກັບສັນຍາຫຼີກລ້ຽງການເກັບພາສີຊ້ອນໂດຍໄວ; ຍູ້ແຮງການແລກປ່ຽນຄະນະຜູ້ແທນລະຫວ່າງຂັ້ນ, ຂະແໜງການ, ທ້ອງຖິ່ນຕ່າງໆ, ພົບປະແລກປ່ຽນປະຊາຊົນ ແລະ ແລກປ່ຽນວັດທະນະທໍາ. ໃນໄລຍະຈະມາເຖິງ, ສອງຝ່າຍ ຈະເພີ່ມທະວີການສົມທົບ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກໍາ, ໂດຍສະເພາະແມ່ນອາດຊະຍາກໍາທີ່ນໍາໃຊ້ເຕັກໂນໂລຢີສູງ, ອາດຊະຍາກໍາຢາເສບຕິດ, ອາດຊະຍາກໍາທາງອາຍາ....; ສ້າງລະບົບຂໍ້ມູນຂ່າວສານ, ຖານຂໍ້ມູນກ່ຽວກັບອາດຊະຍາກໍາ, ວິທະຍາສາດເຕັກນິກທາງອາຍາ; ຄົ້ນຄວ້າເປີດກວ້າງການຮ່ວມມືໃນບັນດາຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມກັນນັ້ນ ຕ້ອງສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍສາກົນ ກ່ຽວກັບການປ້ອງກັນ ແລະ ຕ້ານອາດຊະຍາກໍາຂ້າມຊາດ...

        ສ່ວນທ່ານລັດຖະມົນຕີ Eimutis Misiunas ຢັ້ງຢືນວ່າ ໃນຖານະຂອງຕົນ ຈະມານະພະຍາຍາມນໍາການພົວພັນຮ່ວມມືມິດຕະພາບ ທີ່ເປັນມູນເຊື້ອ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່່າງສອງປະເທດ ຫວຽດນາມ - ລິດຕົວນີ ເວົ້າລວມ ແລະ ລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ກະຊວງພາຍໃນ ລິດຕົວນີ ເວົ້າສະເພາະໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ