ລັດຖະມົນຕີກະຊວງຕຳຫລວດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ
ພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ໄດ້ຕ້ອນຮັບທ່ານ Hiroshi Fukada, ເອກອັກຄະລັດຖະທູດ ຍີ່ປຸ່ນ
ພາບ:TTXVN
|
(vovworld)- ຕອນບ່າຍວັນທີ 21/9 ຢູ່ ຮ່າໂນ້ຍ, ພົນໂທ ໂຕເລີມ, ລັດຖະມົນຕີກະຊວງຕຳຫລວດຫວຽດນາມ ໄດ້ຕ້ອນຮັບທ່ານ Hiroshi Fukada, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາເນືີ່ອງໃນໂອກາດສິ້ນສຸດອາຍຸການການທູດຢູ່ຫວຽດນາມ. ທີ່ການຕ້ອນຮັບ, ພົນໂທ ໂຕເລີມ ເນັ້ນຫນັກເຖິງບັນດາການປະກອບສ່ວນຢ່າງຕັ້ງຫນ້າຂອງທ່ານເອກອັກຄະລັດຖະທູດ Hiroshi Fukada ໃນອາຍຸການການທູດຜ່ານມາ ໄດ້ປະກອບສ່ວນສຳຄັນໃນການຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເວົ້າລວມ ແລະ ລະຫວ່າງກະຊວງຕຳຫລວດຫວຽດນາມ ເວົ້າສະເພາະ ກັບບັນດາອົງການປະຕິບັດກົດໝາຍຍີ່ປຸ່ນເວົ້າສະເພາະ. ທ່ານພົນໂທ ໂຕເລີມ ປາດຖະຫນາວ່າ ພາຍຫລັງກັບຄືນເມືອປະເທດ, ທ່ານ Hiroshi Fukada ສືບຕໍ່ມີການປະກອບສ່ວນໃຫ້ແກ່ການພັດທະນາການພົວພັນຮ່ວມມື, ມິດຕະພບອັນດີງາມລະຫວ່າງສອງປະເທດຫວຽດນາມ ແລະ ຍີ່ປຸ່ນ ແລະ ລະຫວ່າງກະຊວງຕຳຫລວດຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຍີ່ປຸ່ນ. ທ່ານ Hiroshi Fukada ຢືນຢັນວ່າ ພາຍຫລັງກັບຄືນເມືອປະເທດ ເຖິງວ່າໃນຖານະຕຳແຫນ່ງວຽກງານໃດຈະສືບຕໍ່ມານະພະຍາຍາມຈົດສຸດຄວາມສາມາດຂອງຕົນ, ນຳການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແຫນ້ນແຟ້ນ ແລະ ຮອບດ້ານກວ່າ.