ລັດຖະມົນຕີກະຊວງຕຳຫຼວດ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈະຕອບຄຳຊັກຖາມຕໍ່ຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ກອງປະຊຸມນີ້ຈະດຳເນີນຢູ່ຫ້ອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ ແລະ ເຊື່ອມຕໍ່ທາງອອກນລາຍກັບ 62 ຄະນະສະມາຊິກສະແຫ່ງຊາດຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.
ລັດຖະມົນຕີກະຊວງຕຳຫຼວດ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈະຕອບຄຳຊັກຖາມຕໍ່ຄະນະປະຈຳສະພາແຫ່ງຊາດ - ảnh 1ລັດຖະມົນຕີກະຊວງຕຳຫຼວດ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈະຕອບຄຳຊັກຖາມ
(ພາບ: quochoi.vn)

ວັນທີ 10 ສິງຫາ ຈະມາເຖິງ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະຈັດການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມຄັ້ງທີ 14. ກອງປະຊຸມນີ້ຈະດຳເນີນຢູ່ຫ້ອງປະຊຸມ ຢຽນຮົ່ງ, ຫໍສະພາແຫ່ງຊາດ ແລະ ເຊື່ອມຕໍ່ທາງອອກນລາຍກັບ 62 ຄະນະສະມາຊິກສະແຫ່ງຊາດຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

        ເລື່ອງຊັກຖາມ ແລະ ຕອບຄຳຊັກຖາມໄດ້ດຳເນີນຕາມໝວດບັນຫາ. ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຕອບຄຳຊັກຖາມໝວດບັນຫາທີ 1 ກ່ຽວຂ້ອງເຖິງວຽກງານຄຸ້ມຄອງລັດກ່ຽວກັບຄວາມປອດໄພທາງເຄືອຂ່າຍອິນເຕີແນັດ; ວຽກງານປ້ອງກັນ, ຕ້ານອາດຊະຍາກຳ…  ໝວດບັນຫາທີ 2 ຂຶ້ນກັບຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ແມ່ນຜູ້ຕອບຄຳຊັກຖາມຕົ້ນຕໍ່ ກ່ຽວກັບເລື່ອງຜັນຂະຫຍາຍບັນດາໜ້າທີ່, ມາດຕະການກະຕຸ້ນ, ຟື້ນຟູການທ່ອງທ່ຽວພາຍຫຼັງໂລກລະບາດໂຄວິດ-19…

ຕອບກັບ

ຂ່າວ/ບົດ​ອື່ນ