ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບ ຄະນະຜູ້ແທນນັກຮົບເກົ່າ ອະດີດ ສະຫະພາບໂຊວຽດ
(ພາບ: Dangcongsan.vn)
(vovworld) - ຕອນບ່າຍວັນທີ 23/4, ທີ່ການຕ້ອນຮັບຄະນະຜູ້ແທນນັກຮົບເກົ່າ ອະດີດ ສະຫະພາບ ໂຊວຽດ (ໃນນັ້ນມີ ລັດເຊຍ, Ukraina, Belarus) ທີ່ເຄີຍຊ່ວຍເຫຼືອ ຫວຽດນາມ ໃນໄລຍະສົງຄາມຕ້ານ ອາເມລິກາ, ໄດ້ມາຢ້ຽມຢາມ ຫວຽດນາມ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟູ່ງກວາງແທງ ໄດ້ຕີລາຄາສູງການຊ່ວຍເຫຼືອສຸດຈະລິດ, ມີປະສິດທິຜົນຂອງບັນດາເພື່ອນມິດສາກົນທີ່ສະຫງວນໃຫ້ແກ່ ຫວຽດນາມ. ລັດເຊຍ, Ukraina, Belarus ໄດ້ສົ່ງນັກຊ່ຽວຊານ, ທີ່ປຶກສາການທະຫານນັບພັນຄົນ ມາຊ່ວຍເຫຼືອ ຫວຽດນາມ, ປະກອບສ່ວນຍາດໄດ້ໄຊຊະນະໃນການຕໍ່ສູ້ຕ້ານ ອາເມລິກາ ເພື່ອກູ້ຊາດ. ຍາມໃດ ປະຊາຊົນ ຫວຽດນາມ ແລະ ກອງທັບປະຊາຊົນ ຫວຽດນາມ ກໍ່ເຄົາລົບນັບຖືນ້ຳໃຈອັນດີງາມ ແລະ ການຊ່ວຍເຫຼືອທີ່ໃຫຍ່ຫລວງ, ມີປະສິດທິຜົນຂອງເພື່ອນມິດສາກົນ ພິເສດແມ່ນຂອງ ລັດເຊຍ, Ukraina, Belarus. ທ່ານ ພົນເອກ ຟູ່ງກວາງແທງ ເນັ້ນໜັກວ່າ: ການຢ້ຽມຢາມຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດານັກຮົບເກົ່າ ອະດີດສະຫະພາບ ໂຊວຽດ ໄດ້ເຫັນປະຈັກຕາບັນດາຜົນງານໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນ ຫວຽດນາມ.